ກຸ່ມບໍລິສັດອຸດສາຫະກຳ ຖ່ານຫີນ - ບໍ່ແຮ່ ຫວຽດນາມ ບໍລິຈາກ 10 ຕື້ດົ່ງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸບົວລອຍ (ພາບ: VGP) |
ວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂດະວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດ 17 ໂມງ 00 ນາທີ ຂອງວັນທີ 06 ຕຸລາ, ບັນດາແຂວງ, ນະຄອນ, ສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງ… ໄດ້ບໍລິຈາກ ແລະ ລົງທະບຽນບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ພີ່ນ້ອງບັນດາແຂວງ, ນະຄອນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ຜ່ານຄະນະຂົນຂວາຍການກູ້ຊ່ວຍສູນກາງ ເກືອບ 752,7 ຕື້ດົ່ງ (ກວ່າ 30 ລ້ານ USD). ທ່ານປະທານ ໂດະວັນຈຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນຢູ່ພາຍໃນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ເຮັດວຽກ, ດຳລົງຊີວິດຢູ່ ຫວຽດນາມ, ເພື່ອເພີ່ມແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງ ສ້າງຊີວິດຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.
ໃນເດືອນກັນຍາຜ່ານມາ, ພາຍຸ ຣາກາຊາ ແລະ ບົວລອຍ ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນຢູ່ຫຼາຍທ້ອງຖິ່ນ. ພິເສດ, ພາຍຸ ບົວລອຍ ແລະ ຝົນຕົກໜັກພາຍຫຼັງພາຍຸ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງທັງດ້ານຊີວິດອິນຊີ, ຊັບສິນຢູ່ບັນດາທ້ອງຖິ່ນໃນເຂດພາກເໜືອ ແລະ ພາກກາງຕອນເໜືອຂອງ ຫວຽດນາມ.

