ຄະນະຊາວໜຸ່ມນະຄອນເກິ່ນເທີ ຮັບການໜູນຊ່ວຍໃຫ້ແກ່ພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມ (ພາບ: VOV) |
ຕາມບົດລາຍງານຂອງບັນດາທ້ອງຖິ່ນ, ໄລ່ຮອດຕອນເຊົ້າວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 327 ຄົນ (ໃນນັ້ນມີຜູ້ເສຍຊີວິດ 182 ຄົນ ແລະ ຫາຍສາບສູນ 145 ຄົນ) ຍ້ອນຜົນຮ້າຍຢ້ອນຫຼັງໂດຍພາຍຸ Yagi ກໍ່ຂຶ້ນ. ປັດຈຸບັນ, ບັນດາທ້ອງຖິ່ນ ພວມຕັ້ງໜ້າຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວໜູນຊ່ວຍ, ສະໜັບສະໜູນປະຊາຊົນເຂດພາຍຸນ້ຳຖ້ວມກໍ່ພວມໄດ້ຮັບການຜັນຂະຫຍາຍຢູ່ຫຼາຍແຫ່ງ.
ໂດຍຕອບສະໜອງຄວາມຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໃນວັນທີ 11 ກັນຍາ, ມີຫຼາຍອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນໄດ້ມາສຳນັກງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ເຮືອນເລກທີ 46 ຖະໜົນຈ່າງທີ, ຮ່າໂນ້ຍ ເພື່ອປະກອບແຫຼ່ງກຳລັງສະໜັບສະໜູນພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ. ໄລ່ຮອດເວລາ 17 ໂມງໃນວັນທີ 11 ກັນຍາ, ຄະນະຂົນຂວາຍກູ້ຊີບສູນກາງໄດ້ຮັບເງິນອຸປະຖຳປະມານ 16, 7 ລ້ານ USD.
ແລະກໍ່ໃນວັນດຽວກັນ, ຄະນະທູຕານຸທູດ ອາເມລິກາ ຢູ່ ຫວຽດນາມ ຜ່ານອົງການພັດທະນາສາກົນ ອາເມລິກາ (USAID), ໃຫ້ຮູ້ວ່າ ຈະອຸປະຖຳດ້ານມະນຸດສະທຳສູກເສີນເປັນເງິນຈຳນວນ 1 ລ້ານ USD ເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນເສຍຫາຍທີ່ຮ້າຍແຮງໂດຍ ພາຍຸ Yagi ກໍ່ຂຶ້ນ. ລັດຖະບານ ອົດສະຕາລີ ໄດ້ປະກາດຈະສະໜອງ ບ້ວງເງິນໜູນຊ່ວຍໃຫ້ແກ່ ຫວຽດນາມທີ່ມີມູນຄ່າ 3 ລ້ານ AUD, ລວມມີການໜູນຊ່ວຍດ້ານມະນຸດສະທຳ, ວັດຖຸອຸປະກອນກູ້ຊ່ວຍສຸກເສີນ ແລະ ບັນດາການບໍລິການທີ່ຈຳເປັນອື່ນໆເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi.

