ລາຍການ “ເຂດຊາຍແດນ - ຄຳຄືນບຸນເດືອນເພັງ” ຫວຽດນາມ - ລາວ ຄັ້ງທີ 4 (ພາບ: TTXVN) |
ມີອະນຸຊົນເຍົາວະຊົນ, ປະມານ 1.150 ຄົນໃນບໍລິເວນຕາແສງ ເຮື່ອງເລິບ, ແຂວງກ໋ວາງຈິ (ຫວຽດນາມ) ແລະ ເຂດບ້ານ ລາໂກ່, ເມືອງເຊໂປນ (ແຂວງສະຫວັນນາເຂດ, ລາວ) ໄດ້ພ້ອມກັນເຂົ້າຮ່ວມລາຍການ “ເຂດຊາຍແດນ - ຄຳຄືນບຸນເດືອນເພັງ” ຫວຽດນາມ - ລາວ ຄັ້ງທີ 4 ໄດ້ດຳເນີນໃນຕ່ອນຄ່ຳວັນທີ 2 ຕຸລາ, ຢູ່ໂຮງຮຽນປະຖົມປະຖານ ແລະ ມັດທະຍົມຕອນຕົ້ນ ເຮືອງວຽດ (ຕາແສງ ເຮືອງເລິບ, ກ໋ວາງຈິ). ລາຍການໂດຍກອງບັນຊາການທະຫານເຂດຊາຍແດນ ແຂວງກ໋ວາງຈິ ຈັດຂຶ້ນເພື່ອແນໃສ່ນຳມາເຊິ່ງວັນບຸນໄຫວ້ພະຈັນທີ່ຄົບຖ້ວນ, ອົບອຸ່ນໃຫ້ແກ່ເດັກນ້ອຍສອງປະເທດ. ຢູ່ລາຍການ, ພວກນ້ອງນ້ອຍບໍ່ພຽງແຕ່ໄດ້ຮັບຂອງຂວັນເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງສອງປະເທດອີກດ້ວຍ.

