ລາຍການສະແດງສິລະປະ ຢູ່ດ່າໜັງ (ພາບ: VOV)

ຕອນຄ່ຳວັນທີ 30 ມິຖຸນາ, ຢູ່ຖະໜົນຍ່າງ ຫງວຽນເຮ້ວ, ຄະນະຈັດຕັ້ງການສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງຄະນອນ ໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະສະເຫຼີມສະຫຼອງ 327 ປີແຫ່ງວັນສ້າງຕັ້ງນະຄອນ ໄຊງ່ອນ - ເຈິເລີນ - ຢາດິ້ງ - ນະຄອນ ໂຮ່ຈີມິນ (1698 – 2025) ແລະ ສະເຫຼີມສະຫຼອງວັນຄົບ 49 ປີນະຄອນ ໄຊງ່ອນ - ຢາດິງ ໃສ່ຊື່ປະທານ ໂຮ່ຈີມິນ ຢ່າງເປັນທາງການ. ດ້ວຍຫົວຂໍ້ “ນະຄອນ ໂຮ່ຈີມິນ - ສະຫງ່າລາສີໃນສັງກາດໃໝ່”, ລາຍການໄດ້ສະແດງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ປະຊາຊົນພາກໃຕ້ຜ່ານ 3 ສະຕະວັດແຫ່ງການສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາ. ລາຍການສະແດງສິລະປະ ບໍ່ພຽງແຕ່ເຊີດຊູຄຸນຄ່າທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງສະແດງຈິດໃຈປ່ຽນແປງໃໝ່, ເຊື່ອມໂຍງ, ບືນຕົວຂຶ້ນລະດັບສາກົນຂອງນະຄອນໃນສັງກາດໃໝ່.

ຢູ່ແຄມຝັ່ງແມ່ນ້ຳ ຮ່ານ, ຕອນຄ່ຳວັນທີ 30 ມິຖຸນາ, ນະຄອນ ດ່າໜັງ ໄດ້ຈັດລາຍການສະແດງສິລະປະ ປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ, ເພີ່ມພູນຄວາມເຊື່ອມໝັ້ນຂອງປະຊາຊົນຕໍ່ພາລະກິດພັດທະນານະຄອນ ດ່າໜັງໃໝ່. ທ່ານ ຫງວຽນວັນກຸງ, ປະຊາຊົນນະຄອນ ດ່າໜັງ, ແບ່ງປັນວ່າ:

“ລາຍການສະແດງສິລະປະຮັບໃຊ້ປະຊາຊົນນະຄອນ ໄດ້ສ້າງບັນຍາກາດທີ່ຟົດຟື້ນ. ນີ້ແມ່ນຂີດໝາຍສຳຄັນ, ບໍ່ພຽງແຕ່ໃນຊີວິດການເມືອງເທົ່ານັ້ນ ຫາກຍັງໃນຈິດສຳນຶກຂອງປະຊາຊົນ. ເຫດການໄດ້ສ້າງບາດກ້າວປ່ຽນແປງຄັ້ງໃຫຍ່ໃນກົງຈັກອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນຮູ້ສຶກຕື່ນເຕັ້ນຕໍ່ໜ້າບາດກ້າວພັດທະນາໃໝ່. ອາດເວົ້າໄດ້ວ່າ, ນີ້ແມ່ນການປະຕິວັດທີ່ມີຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຈາກປະຊາຊົນ”

ກໍໃນຕອນຄ່ຳຂອງວັນດຽວກັນ, ແຂວງ ກາເມົາ ໄດ້ຈັດລາຍການສະແດງສິລະປະ ແລະ ຍິງບັ້ງໄຟດອກ ດ້ວຍຫົວຂໍ້: “ກາເມົາ: ຄວາມສາມັກຄີພັດທະນາ - ກ້າວເດີນອະນາຄົດຢ່າງໝັ້ນຍືນ”.