ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ທົບທວນຄືນສະພາບການກຳເນີດ, ເນື້ອໃນຫຼັກແຫຼ່ງ, ຄຸນຄ່າ ແລະ ຄວາມໝາຍຂອງຄຳພິໄນກຳປະທານ ໂຮ່ຈີມິນ (ພາບ: VOV)

ໃນລາຍການດັ່ງກ່າວ, ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມ ໄດ້ທົບທວນຄືນສະພາບການກຳເນີດ, ເນື້ອໃນຫຼັກແຫຼ່ງ, ຄຸນຄ່າ ແລະ ຄວາມໝາຍຂອງຄຳພິໄນກຳປະທານ ໂຮ່ຈີມິນ. ຕາມອ້າຍ ດວ່ານກວາງຈູງ, ສູນພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ພອນສະຫວັນໜຸ່ມ ແລ້ວ, ໃນຍຸກສະໄໝປະຕິວັດເຕັກໂນໂລຢີໃນປັດຈຸບັນ, ຄຳຕັກເຕືອນກ່ຽວກັບບົດບາດປະຈັນບານຂອງໄວໜຸ່ມ ໃນຄຳພິໄນກຳ ປະທານ ໂຮ່ຈີມິນ ນັບມື້ນັບມີຄວາມໝາຍກວ່າເວລາໃດໝົດ.

“ຊາວໜຸ່ມຍາມໃດກໍແມ່ນກຳລັງປະຈັນບານນຳໜ້າໃນຂະບວນວິວັດຕໍ່ສູ້ປົດປ່ອຍຊາດ, ສຳລັບຊາວໜຸ່ມປັດຈຸບັນ ຕ້ອງປະຈັນບານໃນຂະບວນວິວັດຫັນເປັນດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນ, ໝູນໃຊ້ທ່າໄດ້ປຽບ, ຜົນງານຂອງການປະຕິວັດອຸດສາຫະກຳ 4.0. ພາລະກຳຂອງໄວໜຸ່ມ ຍັງແມ່ນບົດບາດປະຈັນບານ”.