(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025”)

ຕອນຄ່ຳວັນທີ 19 ມັງກອນ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025” ແລະ ອວຍພອນປີໃໝ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ. ທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ເວົ້າສະເພາະ ແລະ ຢູ່ ເອີລົບ ເວົ້າລວມ ຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນຫັນບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ແລະ 2045 ໃຫ້ປະກົດຜົນເປັນຈິງ.

ໃນວັນທີ 19 ມັງກອນ, ລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025 ພວຍພອນລະດູບານໃໝ່ປີສະເສັງ ກໍ່ໄດ້ຈັດຂຶ້ນຢູ່ ເຊີອູນ, ສ.ເກົາຫຼີ. ທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ເຊື່ອໝັ້ນວ່າ, ປີ 2025 ຈະເປັນປີສ້າງຂີດໝາຍຂອງການຫັນປ່ຽນປະເທດຊາດຢ່າງແຮງ, ບືນຕົວຂຶ້ນກ້າວເຂົ້າສັງກາດໃໝ່ “ສັງກາດບຸກບືນຂອງຊາດ”.

ແລະກໍ່ໃນວັນດຽວກັນ, ລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025 ກໍ່ຈັດຂຶ້ນຢູ່ສະຖາກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Battambang, ອົງການຮັບຜິດຊອບກົງສູນ 7 ແຂວງທິດຕາເວັນຕົກສ່ຽງເໜືອ ກຳປູເຈຍ. ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນແທັງວັນ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Battambang, ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ພໍ່ແມ່ປະຊາຊົນເຊື້ອຊາດ ຫວຽດນາມ ຈົ່ງເສີມຂະຫຍາຍມູນເຊື້ອສາມັກຄີ, ຮັກສາສີສັນວັດທະນະທຳຂອງຊາດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຢ່າງດີງາມຂອງການພົວພັນ ຫວຽດນາມ - ກຳປູເຈຍ.