(ພາບ: ເຈິ່ນຕວັນ) |
ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີປະກາດ logo ສະເຫຼີມສະຫຼອງ 70 ປີແຫ່ງວັນປະເທດ ລາວ ເຂົ້າເປັນສະມາຊິກຂອງ ສປຊ (1955-2025). Logo ແມ່ນການສົມທົບຕົວເລກ 70, ສັນຍາລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ, ໃນນັ້ນ ຮູບຕົວເລກ 7 ແມ່ນຍັນຍາລັກຂອງຄວາມເປັນເອກະພາບ, ນົກກາງແກແມ່ນສັນຍາລັກແຫ່ງສັນຕິພາບ, ກີບດອກຈຳປາເປັນສັນຍາລັກດອກໄມ້ຂອງຊາດ ແລະ ຮວງເຂົ້າແມ່ນຍັນຍາລັກໃຫ້ການພັດທະນາແບບຍືນຍົງ, ການເຂົ້າຮ່ວມ ແລະ ຮ່ວມມືສາກົນ, ພ້ອມກັບການຮັກສາວັດທະນະທຳ-ແບບແຜນການດຳລົງຊີວິດຂອງ ປຊຊ ລາວ. ກ່າວຄຳເຫັນທີ່ເຫດການ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີການຕ່າງປະເທດລາວ ເນັ້ນໜັກວ່າ: ການພົວພັນຮ່ວມມື ລາວ-ສປຊ ແມ່ນການຮ່ວມເດີນທາງຂອງຄວາມຫວັງ, ຄວາມສາມັກຄີ ແລະ ຄວາມກ້າວໜ້າ, ລາວ ແລະ ສປຊ ເຄີຍຜ່ານຜ່າສິ່ງທ້າທາຍນາໆປະການ ແລະ ພວມພັດທະນາເທື່ອລະກ້າວ; ຍາມໃດ ລາວ ກໍ່ສະໜັບສະໜູນສັນຕິພາບ, ຄວາມສາມັກຄີ ແລະ ການຮ່ວມມືສາກົນ. ເລື່ອງປະກາດ logo ສະເຫຼີມສະຫຼອງ 70 ປີບໍ່ພຽງແຕ່ແມ່ນຂີດໝາຍສັນຍາລັກຂອງໄລຍະຮ່ວມມືເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນນສັນຍາ ຈະສືບຕໍ່ຕິດພັນກັບ ສປຊ ອີກດ້ວຍ.

