ພິທີມອບໃບຢັ້ງຢືນໃຫ້ແກ່ໝູ່ຄະນະ, ບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງໃນການໜູນຊ່ວຍຜູ້ຜູ້ຕິດທາດພິດສີສົ້ມ
(ພາບ: TTXVN)

ທີ່ກອງປະຊຸມສະຫຼຸບ 10 ປີຂອງການປະຕິບັດຄຳສັ່ງຂອງຄະນະເລຂາທິການກ່ຽວກັບການເພີ່ມທະວີການຊີ້ນຳຂອງພັກ ຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີທີ່ ອາເມລິກາ ໄດ້ນຳໃຊ້ໃນສົງຄາມຢູ່ ຫວຽດນາມ, ທີ່ຈັດຂຶ້ນໃນວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ. ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ຫວຽດນາມ (VAVA) ໃຫ້ຮູ້ວ່າ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ຮັກສາແຫຼ່ງງົບປະມານແກ້ໄຂສະພາບມົນລະພິດ ແລະ ຊ່ວຍເຫຼືອຄົນພິການ, ໃນນັ້ນມີຜູ້ຕິດທາດພິດສີສົ້ມ. ປີ 2023, ອາເມລິກາ ເພີ່ມຈຳນວນເງິນຕື່ມອີກ 30 ລ້ານ USD ໃຫ້ແກ່ບັນດາໂຄງການຢູ່ ຫວຽດນາມ ເພື່ອເປີດກວ້າງການໜູນຊ່ວຍໂດຍກົງໃຫ້ແກ່ຜູ້ປະສົບເຄາະຮ້າຍ. ຕາມທ່ານນາງ Courtney Beale, ຮອງເອກອັກຄະລັດຖະທູດ ຄະນະຜູ້ແທນການຕ່າງປະເທດ ອາເມລິກາ ປະຈຳ ຫວຽດນາມ ແລ້ວ, ອາເມລິກາ ຈະສືບຕໍ່ສະໜັບສະໜູນ VAVA, ກະຊວງສາທາລະນະສຸກ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ນ/ດີໂອຊິນ ຫວຽດນາມ, ບັນດາທ້ອງຖິ່ນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີບັນຫາທາດພິດສີສົ້ມ/ດີໂອຊິນ.

ນອກນັ້ນ, ລັດຖະສະພາ ເອີລົບ ຈຳນວນໜຶ່ງ, ໃນນັ້ນມີສະພາຕ່ຳ ແບນຊິກ, ກໍ່ຮັບຮອງເອົາມະຕິສະໜັບສະໜູນຜູ້ປະສົບເຄາະຮ້າຍ ຫວຽດນາມ.