ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: IRNA/TTXVN )

ວັນທີ 29 ມິຖຸນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຢັ້ງຢືນວ່າ ເລື່ອງສ້າງຄວາມກົດດັນຕໍ່ລັດເຊຍ “ແມ່ນໄຮ້ປະໂຫຍດ”. ຖະແຫຼງການໂດຍທ່ານ Dmitry Peskov ຍົກອອກມາເມື່ອຕອບຄຳຖາມຕໍ່ນັກຂ່າວ Pavel Zarubin ຂອງວິທະຍຸ Russia-1 ກ່ຽວກັບເລື່ອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ບ້ວງລົງໂທດໃໝ່ຂອງ ສະຫະພາບ ເອີລົບ (EU) ໄດ້ຍົກອອກມາແມ່ນເພື່ອແນໃສ່ນຳລັດເຊຍ ເຂົ້າໂຕະໂຈລະຈາ.

ໃນຖະແຫຼງການ, ທ່ານໂຄສົກວັງ Kremlin ຍົກໃຫ້ເຫັນແຈ້ງວ່າ ມີພຽງແຕ່ຍູ້ລັດເຊຍເຂົ້າໂຕະເຈລະຈາດ້ວຍ logic ແລະ ການອ້າງເຫດຜົນ. ບໍ່ສາມາດຍູ້ລັດເຊຍ ເຂົ້າໂຕະເຈລະຈາ ທີ່ພຽງແຕ່ໃຊ້ຄວາມກົດດັນ ຫຼືອາວຸດ. ຕາມທ່ານ Dmitry Peskov ແລ້ວ, ລັດເຊຍຈະຫຼຸດຜ່ອນຜົນຕາມມາຂອງບັນດາຄຳສັ່ງລົງໂທດບ້ວງໃໝ່ຂອງ EU ຢ່າງສຸດຂີດ, ພ້ອມທັງຖືວ່າບັນດາມາດຕະການລົງໂທດນີ້ ແມ່ນ ມີດສອງຄົມ”. ທ່ານ Dmitry Peskov ໃຫ້ຂໍ້ສັງເກດວ່າ ມີຄວາມເປັນໄປໄດ້ສູງວ່າ ສະຫະພາບເອີລົບ (EU) ຈະຈັດວາງບັນດາບ້ວງເງິນລົງໂທດໃໝ່ຕື່ມອີກ, ແຕ່ລັດເຊຍໄດ້ມີວິທີການຮັບມືຕໍ່ບັນດາມາດຕະການລົງໂທດນີ້ແລ້ວ.