ວັນທີ 2 ກໍລະກົດ, ສື່ມວນຊົນ ອິດສະລາແອັນ ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ປະເທດນີ້ ແລະ ລັດເຊຍ ພວມດຳເນີນບັນດາການແລກປ່ຽນລັບ ກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງ ອີຣານ ແລະ ຊີຣີ ເຊິ່ງແມ່ນສອງປະເທດຄູ່ຮ່ວມມືຂອງ ລັດເຊຍ ທີ່ມີການປະທະກັນກັບ ອິດສະລາແອັນ ໃນໄລຍະຜ່ານມາ.

ຕາມວິທະຍຸ Kan ຂອງ ອິດສະລາແອັນ ແລ້ວ, ການແລກປ່ຽນທາງການທູດແບບລັບ ລະຫວ່າງ ອິດສະລາແອັນ ແລະ ລັດເຊຍ ໄດ້ເລີ່ມຕົ້ນກ່ອນນີ້ປະມານໜຶ່ງອາທິດ, ພາຍຫຼັງການປະທະກັນທີ່ແກ່ຍາວ 12 ວັນລະຫວ່າງ ອິດສະລາແອັນ ແລະ ອີຣານ. ແຫຼ່ງຂ່າວໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ອິດສະລາແອັນ ຖືວ່າ ລັດເຊຍ ແມ່ນປະເທດທີ່ມີຄວາມສາມາດຊ່ວຍ ອິດສະລາແອັນ ບັນລຸໄດ້ບາງເປົ້າໝາຍກ່ຽວຂ້ອງເຖິງ ອີຣານ ແລະ ຊີຣີ. ປັດຈຸບັນ ອິດສະລາແອັນ ພວມປະຕິບັດຄຳສັ່ງຢຸດຍິງກັບ ອີຣານ ຢ່າງສົມບູນ ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 24 ມິຖຸນາ, ພ້ອມທັງພວມດຳເນີນບັນດາການເຈລະຈາແບບເຊິ່ງໜ້າ ກ່ຽວກັບການສ້າງຕັ້ງສັນຕິພາບກັບ ຊີຣີ.

ແຫຼ່ງຂ່າວຢັ້ງຢືນວ່າ ສຳລັບບັນຫາ ອີຣານ, ວົງການເຈົ້າໜ້າທີ່ ອິດສະລາແອັນ ຫວັງວ່າອາດສາມາດກຳນົດບັນດາເສັ້ນແດນແດງ ແລະ ສ້າງຕັ້ງກົນໄກສົມທົບກັນທີ່ອາດຈະຄວບຄຸມການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດກ່ຽວກັບບັນດາການເຈລະຈາລະຫວ່າງ ລັດເຊຍ - ອິດສະລາແອັນ ບໍ່ໄດ້ເຕື້ອງເຖິງ.