ກຸ່ມບໍລິສັດນິວເຄຼຍແຫ່ງລັດ ລັດເຊຍ Rosatom (ພາບ: REUTERS/Ramil Sitdikov)

Rosatom ໃຫ້ຮູ້ວ່າ ໃນການພົບປະຫວ່າງມໍ່ໆນີ້ ລະຫວ່າງ ທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Rosatom ແລະ ທ່ານ Ajit Kumar Mohanty ຫົວໜ້າກົມພະລັງງານປະລະມານູ ອິນເດຍ (DAE) ຢູ່ Mumbai, ອິນເດຍ, ສອງຝ່າຍໄດ້ເຕື້ອງເຖິງການເປີດກວ້າງການພົວພັນຄູ່ຮ່ວມມື, ລວມທັງການພັດທະນາບັນດາໂຄງການໂຮງງານໄຟຟ້ານິວເຄຼຍຂະໜາດໃຫຍ່ ແລະ ນ້ອຍ, ກໍຄືການຮ່ວມມືໃນວົງຈອນເຊື້ອເພີງນິວເຄຼຍ.

ກ່ອນໜ້ານັ້ນ, ເດືອນ ສິງຫາ ຜ່ານມາ, ທ່ານ Denis Manturov ຮອງນາຍົກລັດຖະມົນຕີ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ປາດຖະໜາຢາກເປີດກວ້າງການຮ່ວມມືຮອບດ້ານກັບ ອິນເດຍໃນຂົງເຂດພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ອີງໃສ່ຜົນສຳເລັດຈາກໂຄງການໂຮງງານໄຟຟ້ານິວເຄຼຍ Kudankulam ເຊິ່ງສອງປະເທດຮ່ວມມືກໍ່ສ້າງ.