ນີ້ໄດ້ຮັບຖືວ່າແມ່ນບາດກ້າວເດີນມະນຸດສະທຳທີ່ມີຄວາມໝາຍໃນສະພາບການປະທະກັນລະຫວ່າງສອງຝ່າຍທີ່ພວມມີການຜັນແປຢ່າງເຄັ່ງຕຶງ.
ຕາມຂໍ້ມູນຈາກທ່ານ Vladimir Medinsky, ຜູ້ຊ່ວຍວຽກທ່ານປະທານາທິບໍດີ ສະຫະພັນ ລັດເຊຍ ໄດ້ເອົາລົງໃນຊ່ອງ Telegram ຢ່າງເປັນທາງການວ່າ, ຝ່າຍ ລັດເຊຍ ໄດ້ມອບຊາກສົບ ທະຫານກຳລັງປະກອບອາວຸດ ຢູແກຼນ (VSU) 1.212 ສົບ ໃຫ້ແກ່ ຢູແກຼນ. ປ່ຽນນັ້ນແມ່ນ, ຝ່າຍ ລັດເຊຍ ໄດ້ຮັບຊາກສົບທະຫານ ລັດເຊຍ 27 ສົບ.
ທ່ານ Medinsky ໃຫ້ຮູ້ວ່າ ການມອບຊາກສົບໄດ້ປະຕິບັດໃນຂອບເຂດຂໍ້ຕົກລົງ Istanbul ແລະ ວິວັດທະນາການນີ້ ຈະສືບຕໍ່ໃນຊຸມວັນຈະມາເຖິງ.
ນັກຂ່າວ VOV ປະຈຳ ລັດເຊຍ
