ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ (ພາບ: Getty Images/TTXVN)

ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ຄຳສັ່ງລົງໂທດໃໝ່ຂອງ EU ບໍ່ພຽງແຕ່ເລັ່ງໃສ່ ລັດເຊຍ ໂດຍກົງ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບຕໍ່ການເຄື່ອນໄຫວຂົນສົ່ງນ້ຳມັນຢູ່ທະເລ, ຈຳກັດການເຄື່ອນໄຫວສົ່ງອອກສຳລັບວິສາຫະກິດອຸດສາຫະກຳ ແລະ ເຮັດໃຫ້ບັນດາບໍລິສັດ ເອີຣົບ ອອກຈາກຕະຫຼາດ ລັດເຊຍ ອີກດ້ວຍ. ທ່ານນາງ ກໍຖືວ່າ ການກະທຳດັ່ງກ່າວ ບໍ່ພຽງແຕ່ກໍ່ຜົນເສຍຫາຍຕໍ່ປະເທດ ລັດເຊຍ ເທົ່ານັ້ນ ຫາກຍັງໄດ້ນາບຂູ່ເຖິງຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ ກໍຄື ສະຖຽນລະພາບຂອງບັນດາສາຍພົວພັນເສດຖະກິດໃນໂລກອີກດ້ວຍ. ຕາມນັ້ນແລ້ວ, ລັດເຊຍ ຈະຕີລາຄາຜົນກະທົບຂອງຄຳສັ່ງລົງໂທດຂອງ EU ແລະ ຈະມີມາດຕະການໂຕ້ຕອບທີ່ເໝາະສົມ.