ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: TASS)

ວັນທີ 13 ທັນວາ, ທ່ານ Dmitry Peskov ໂຄສົກວັງ Kremlin ປະກາດວ່າ ລັດເຊຍ ບໍ່ຢາກຂໍ້ຕົກລົງຢຸດຍິງໂດຍຊົ່ວຄາວຢູ່ ຢູແກຼນ. ທ່ານ Peskov ເນັ້ນໜັກວ່າ ຂໍ້ຕົກລົງຢຸດຍິງ ບໍ່ແມ່ນສິ່ງທີ່ ລັດເຊຍ ປາດຖະໜາ, ລັດເຊຍ ຢາກໃຫ້ “ມີສັນຕິພາບໃນຂະນະທີ່ບັນດາເງື່ອນໄຂຂອງປະເທດນີ້ໄດ້ຕອບສະໜອງ”.

ຕອບຄຳຖາມຂອງນັກຂ່າວ ກ່ຽວກັບແນວຄວາມຄິດສົ່ງກົມກອງທະຫານ ເອີລົບ ໄປຍັງ ຢູແກຼນ ໃນກໍລະນີຢຸດຍິງ, ໂຄສົກວັງ Kremlin ໃຫ້ຮູ້ວ່າ ບັນຫານີ້ ຕ້ອງໄດ້ປຶກສາຫາລື ໃນການເຈລະຈາຄັ້ງຕ່າງໆ. ທ່ານ Peskov ຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາ ຄືດັ່ງຄຳປະກາດຫຼາຍເທື່ອກ່ຽວກັບບັນຫານີ້ຂອງທ່ານປະທານາທິບໍດີ Vladimir Putin. ລັດເຊຍ ຖືວ່າ ການເຈລະຈາຄັ້ງຕ່າງໆ ແມ່ນສາມາດເປັນໄປໄດ້ ແລະ ຈຳເປັນ ເພື່ອແກ້ໄຂການປະທະກັນ. ໂຄສົກວັງ Kremlin ຢືນຢັນວ່າ “ຖ້າຫາກວ່າ ຢູແກຼນ ລົບໜີການເຈລະຈາ, ລັດເຊຍ ຈະສືບຕໍ່ປະຕິບັດບັນຮົບການທະຫານພິເສດ”.