ຕາມສຳນັກຂ່າວສານ TASS ໄດ້ກ່າວປາໄສຕໍ່ເຈົ້າໜ້າທີ່ ລັດເຊຍ, ທ່ານ Sergey Lavrov ໃຫ້ຮູ້ວ່າ ເລື່ອງຕໍ່ກຳນົດເວລາ New START “ອາດຈະໄດ້ປະກາດບໍ່ວ່າໃນຈຸດເວລາໃດກ່ອນວັນທີ 5 ກຸມພາ 2026”. ທ່ານເນັ້ນໜັກວ່າ ນີ້ແມ່ນການກະທຳດ້ວຍເຈດຕະນາລຳພັງໃຈຝ່າຍດຽວຂອງ ລັດເຊຍ ເຊິ່ງບໍ່ຈຳເປັນດຳເນີນບັນດາເວລະປຶກສາຫາລືທີ່ສັບສົນກັບ ອາເມລິກາ, ພ້ອມທັງຖືວ່າ ວໍຊິງຕັນ ພຽງແຕ່ຖະແຫຼງຈະຮັກສາບັນດາຂໍ້ຈຳກັດຂອງສົນທິສັນຍາພາຍໃນ 1 ປີ ເພື່ອສະແດງການສະໜັບສະໜູນ.
ຕາມທ່ານ Lavrov ແລ້ວ, ສອງຝ່າຍລ້ວນແຕ່ເຂົ້າໃຈແຈ້ງກ່ຽວກັບກຳລັງຄວາມສາມາດຍຸດທະສາດຂອງກັນ, ແລະ ຕ້ອງຍາດເວລາ “ໃຈເຢັນຕີລາຄາຄືນສະພາບການທັງໝົດ, ແຍກບັນຫາ ຢູແກຼນ ອອກ ແລະ ພ້ອມກັນຮັບຜິດຊອບກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ພິເສດແມ່ນໃນການສະກັດກັ້ນສົງຄາມນິວເຄຼຍ”.
