ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: REUTERS/Maxim Shemetov/Pool) |
ກ່າວຄຳເຫັນຕໍ່ບັນດານັກຂ່າວພາຍຫຼັງການຢ້ຽມຢາມຈີນ ໃນວັນທີ 3 ກັນຍາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະຍົກລະດັບຄະນະປະຕິບັດງານ ຢູ່ບັນດາການເຈລະຈາກັບ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ບໍ່ເຜີຍຊື່ລະອຽດຂອງບັນດາບຸກຄົນທີ່ອາດສາມາດເປັນຜູ້ຕາງໜ້າ ເຂົ້າຮ່ວມການເຈລະຈາ, ແຕ່ກໍ່ໃຫ້ຮູ້ວ່າ ນັ້ນອາດສາມາດແມ່ນ ຂັ້ນການເມືອງລະດັບສູງຢ່າງແທ້ຈິງ, ພ້ອມທັງເນັ້ນໜັກວ່າ ໝາກຜົນເຈິ່ງແມ່ນສິ່ງສຳຄັນ. ທ່ານປະທານາທິບໍດີ Vladimir Putin ກໍ່ຍົກອອກການຕີລາຄາຢ່າງປະເອີບໃຈ ແລະ ລະມັດລະວັງເມື່ອຖືວ່າ ມີຄວາມຫວັງສຸດທ້າຍກ່ຽວກັບການປະທະກັນໃນປັດຈຸບັນ ຢູ່ຢູແກຼນ, ແຕ່ຕີລາຄາວ່າຕ້ອງລໍຖ້າບັນດາການຜັນແປຕໍ່ໄປ. ການນຳລັດເຊຍ ກໍ່ຖືວ່າ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງ, ມົດສະກູຈະແກ້ໄຂໂດຍມາດຕະການທາງການທະຫານ.

