ນາຍທະຫານ ຢູແກຼນ ຍິງລູກປືນໃຫຍ່ ໃນການປະທະກັນກັບ ລັດເຊຍ ຢູ່ເຂດ Donetsk (ພາບ: Reuters/TTXVN)

ວັນທີ 13 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຈັດການຖະແຫຼງຂ່າວ, ໃນນັ້ນ ທ່ານໄດ້ຕອບບັນດາຄຳຖາມກ່ຽວກັບການພົວພັນກັບ ອາເມລິກາ ແລະ ການປະທະກັນ ຢູແກຼນ. ກ່ຽວກັບບັນດາມາດຕະການລົງໂທດຂອງ ອາເມລິກາ ທີ່ຈັດວາງຕໍ່ສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດເຊຍ, ທ່ານ Peskov ໃຫ້ຂໍ້ສັງເກດວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ອຳນາດການປົກຄອງຂອງທ່ານພວມສ້າງຜົນຕາມມາອັນຮ້າຍແຮງທີ່ສຸດຕໍ່ການພົວພັນລັດເຊຍ - ອາເມລິກາ. ທ່ານຊີ້ແຈ້ງວ່າ ບັນດາມາດຕະການລົງໂທດຕ້ານຄືນ ລັດເຊຍ ຈະກໍ່ຄວາມຂາດສະຖຽນລະພາບໃນຕະຫຼາດພະລັງງານ ແລະ ຕະຫຼາດນ້ຳມັນບໍ່ຂອງໂລກ. ລັດເຊຍ ຈະຕິດຕາມບັນດາຜົນກະທົບຢ່າງໃກ້ຊິດ ແລະ ສ້າງໂຄງປະກອບບັນດາກຸ່ມບໍລິສັດຂອງຕົນຄືນໃໝ່ ເພື່ອຫຼຸດຜ່ອນຜົນກະທົບ. ກ່ຽວກັບເລື່ອງ ລັດເຊຍ ຈະປຶກສາຫາລືບັນກາຮັບປະກັນຄວາມໝັ້ນຄົງໃນຂອບເຂດການແກ້ໄຂການປະທະກັນ ຢູແກຼນ ກັບ ອາເມລິກາ, ທ່ານ Peskov ເນັ້ນໜັກວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຊີ້ແຈ້ງເປັນຫຼາຍຄັ້ງແລ້ວວ່າ ມົດສະກູ ເປີດອົກເປີດໃຈ ແລະ ກຽມພ້ອມພົບປະກັບທຸກປະເທດ, ໃນນັ້ນມີ ອາເມລິກາ, ກ່ຽວກັບການແກ້ໄຂການປະທະກັນຢູ່ ຢູແກຼນ ແລະ ບັນຫາຮັບປະກັນຄວາມໝັ້ນຄົງ.

ກໍໃນວັນທີ 13 ມັງກອນ, ສະຫະພາບເອີຣົບ (EU) ໄດ້ປະກາດໃຊ້ບ້ວງເງິນຊ່ວຍເຫຼືອມະນຸດສະທຳໃໝ່ ທີ່ມີມູນຄ່າ 140 ລ້ານ ເອີໂຣ (142,8 ລ້ານ USD) ໃຫ້ແກ່ ຢູແກຼນ ແລະ ບ້ວງເງິນຊ່ວຍເຫຼືອ 8 ລ້ານ ເອີໂຣ (8,15 ລ້ານ USD) ໃຫ້ແກ່ ໂມນໂດວາ.