ຂໍ້ມູນນີ້ໂດຍທ່ານ Valery Gerasimov ຫົວໜ້າເສນາທິການໃຫຍ່ ລາຍງານຕໍ່ທ່ານປະທານາທິບໍດີລັດເຊຍ Vladimir Putin ໃນວັນທີ 26 ຕຸລາ, ເມື່ອທ່ານ Vladimir Putin ມາຢ້ຽມຢາມກອງບັນຊາການຂອງ ກຸ່ມກຳລັງປະສົມ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Vladimir Putin ປະກາດວ່າໄດ້ປະຕິບັດສຳເລັດການທົດລອງລູກສອນໄຟຕິດປິກໄລຍະໄກບໍ່ມີຈຳກັດ “Burevestnik”. ຕາມທ່ານ Valery Gerasimov ແລ້ວ, ວັນທີ 21 ຕຸລາ, ລູກສອນໄຟໄດ້ປະຕິບັດການບິນທີ່ແກ່ຍາວເປັນເວລາຫຼາຍຊົ່ວໂມງ, ກາຍໄລຍະທາງ 14.000 ກີໂລແມັດ ສະແດງໃຫ້ເຫັນຄວາມສາມາດຂ້າມຜ່ານລະບົບປ້ອງກັນ, ຕ້ານລູກສອນໄຟ ແລະ ການປ້ອງກັນອາກາດ.
ລັດເຊຍທົດລອງສຳເລັດ ລູກສອນໄຟຕິດປີກນິວເຄຼຍ
(VOVWORLD) - ກົມໃຫຍ່ເສນາທິການ ລັດເຊຍ ໃຫ້ຮູ້ວ່າ ກອງທັບປະເທດນີ້ ໄດ້ທົດລອງສຳເລັດລູກສອນໄຟຕິກປິກ “Burevestnik” ທີ່ຕິດຕັ້ງເຕົາປະຕິກອນນິວເຄຼຍ.
