ລັດເຊຍຍັງບໍ່ທັນໄດ້ຮັບຄຳຕອບຢ່າງເປັນທາງການຂອງ ອາເມລິກາ ກ່ຽວກັບການຕໍ່ກຳນົດສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດ (START) ຕື່ມອີກໜຶ່ງປີເມື່ອສົນທິສັນຍາໝົດຜົນສັກສິດໃນເດືອນກຸມພາ 2026 ແລະ ຈະມີປະຕິກິລິຍາຢ່າງສົມເຫດສົມຜົນຖ້າ ອາເມລິກາ ເຊື່ອມຕໍ່ບັນດາການທົດລອງນິວເຄຼຍຢ່າງຮອບດ້ານ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 9 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການສືບຕໍ່ປະຕິບັດສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດ ຢ່າງຈະແຈ້ງ, ງ່າຍດາຍ. ກ່ຽວກັບບັນຫາຢູແກຼນ, ທ່ານ Sergey Lavrov ຕຳໜິຕິຕຽນ ເລື່ອງປະເທດເອີລົບຈຳນວນໜຶ່ງ ພວມມານະພະຍາຍາມ ຊວນເຊື່ອ ອາເມລິກາ ປະລະການແກ້ໄຂການປະທະກັນຜ່ານບັນດາມາດຕະການການເມືອງ ແລະ ທາງການທູດ ແທນທີ່ນັ້ນ ເພີ່ມທະວີບັນດາມາດຕະການລົງໂທດຕໍ່ລັດເຊຍ. ຕາມນັ້ນແລ້ວ, ລັດເຊຍສືບຕໍ່ຢັ້ງຢືນຫຼັກໝັ້ນບໍ່ປະນີປະນາມໃນບັນດາບັນຫາທີ່ມີລັກສະນະຫຼັກການ, ເປັນຕົ້ນແມ່ນບັນດາພາກພື້ນໄດ້ຮັບຮອງເອົາຈາກການລົງປະຊາມະຕິ.