ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນໃນງານລ້ຽງ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອພົບປະກັນຂອງຊາວ ກວຽເນາມ ທີ່ມາຈາກທຸກແຖບຖິ່ນໃນໂລກເທົ່ານັ້ນ, ຫາກຍັງແມ່ນເວທີປາໄສ ເພື່ອໃຫ້ພໍ່ແມ່ພີ່ນ້ອງພ້ອມກັນປະກອບຄຳເຫັນເຂົ້າໃນການສ້າງສາປະເທດຊາດ, ປະຕິບັດຄວາມຄາດຫວັງສ້າງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ໝັ້ນຄົງເຂັ້ມແຂງ ແລະ ສາມັກຄີ, ສ້າງປະເທດສີວິໄລວັດທະນາຖາວອນ ແລະ ສວຍງາມ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍເນັ້ນໜັກວ່າ ພັກ ແລະ ລັດ ເວົ້າລວມ ແລະ ກະຊວງການຕ່າງປະເທດເວົ້າສະເພາະ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ບັນດາແຜນນະໂຍບາຍ, ນະໂຍບາຍ ຕ່າງກໍໄດ້ປະກາດໃຊ້ດ້ວຍເນື້ອໃນຈິດໃຈ ຖືພໍ່ແມ່ພີ່ນ້ອງ “ເປັນສ່ວນໜຶ່ງທີ່ຂາດບໍ່ໄດ້” ຂອງຊາດ ຫວຽດນາມ.

ໃນພິທີດັ່ງກ່າວ, ທ່ານລັດຖະມົນຕີ ບຸ່ຍແທັງເຊີຍ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດນາງ ເລທິທູຮັ່ງ, ປະທານຄະນະກຳມະການແຫ່ງລັດຮັບຜິດຊອບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ ແລະ ຂໍ້ຕົກລົງຮ່ວມມື 10 ສະບັບ ໃນຂອບເຂດກອງປະຊຸມ ແລະ ເວທີປາໄສ ປີ 2024.