ວັນທີ 29 ກັນຍາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາການພົບປະຫວ່າງມໍ່ໆມານີ້ລະຫວ່າງ ລັດເຊຍ ແລະ ອາເມລິກາ, ທັງຢູ່ຂັ້ນປະມຸກລັດ ຕະຫຼອດຮອດລັດຖະມົນຕີການຕ່າງປະເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄໍາໝັ້ນສັນຍາມຸ່ງໄປເຖິງມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.

ທ່ານນາງ Maria Zakharova ເນັ້ນໜັກວ່າ ບັນດາຝ່າຍລ້ວນແຕ່ຢັ້ງຢືນ ຈໍາເປັນຕ້ອງສືບຕໍ່ຊອກຫາເສັ້ນທາງເຈລະຈາ, ພ້ອມດຽວກັນນັ້ນ ຕ້ອງສັງເກດຢ່າງກົງໄກກົງມາເຂົ້າກົກປາຍສາຍເຫດຂອງການປະທະກັນ, ເພາະວ່າ ນີ້ແມ່ນປັດໄຈແກ່ນສານເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ.

ໃນບົດກ່າວຄໍາເຫັນຕໍ່ວົງການການນໍາການທະຫານຢູ່ລັດ Virginia ໃນວັນທີ 24 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donal Trump ສືບຕໍ່ຮຽກຮ້ອງຈັດການພົບປະໂດຍກົງລະຫວ່າງທ່ານປະທານາທິບໍດີ ລັດເຊຍ ແລະ ບັນດາການນໍາ ຢູແກຼນ. ທ່ານປະທານາທິບໍດີ Donal Trump ເຊື່ອໝັ້ນວ່າ ວິກິດການ ຢູແກຼນ ອາດຈະໄດ້ຮັບການແກ້ໄຂໃນອະນາຄົດໃກ້ໆນີ້.

ໃນຂະນະນັ້ນ, ລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ຍັງຮັກສາທັດສະນະກຽມພ້ອມເຈລະຈາ.

ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈໍາ ລັດເຊຍ