ວັນທີ 29 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ: ປະເທດນີ້ ຈະຍົກເລີກຄຳສັ່ງຢຸດການຜັນຂະຫຍາຍລູກສອນໄຟໄລຍະສັ້ນ ແລະ ໄລຍະກາງຊ່ົວຄາວໃນສະພາບການ ອາເມລິກາ ເລີ່ມຜັນຂະຫຍາຍບັນດາປະເພດອາວຸດຄ້າຍຄືກັນ.

ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍແລ້ວ, ລັດເຊຍ ພວມຕີລາຄາສະພາບການໂດຍອີງໃສ່ການວິເຄາະບັນດາການກະທຳກໍ່ຄວາມຂາດສະຖຽນລະພາບຂອງ ອາເມລິກາ ແລະ ອົງການ NATO. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຢືນຢັນ: ປະຈຸບັນ ຄຳສັ່ງດັ່ງກ່າວບໍ່ມີຄວາມສາມາດເປັນໄປໄດ້ແລ້ວ ແລະ ຈະຕ້ອງຍົກເລີກ ເພາະວ່າ ອາເມລິກາ ໄດ້ເມີນເສີຍບັນດາຄຳກ່າວເຕືອນຂອງ ລັດເຊຍ ແລະ ຈີນ. ອາເມລິກາ ໄດ້ຫັນໄປຜັນຂະຫຍາຍບັນດາປະເພດອາວຸດນີ້ຢູ່ຫລາຍເຂດແຕກຕ່າງກັນໃນໂລກ.

ກ່ອນຫນ້ານັ້ນ, ອາເມລິກາ ໄດ້ຖອນຕົວອອກຈາກສົນທິສັນຍາ ກຳລັງນິວເຄຼຍ ໄລຍະກາງ ໃນປີ 2019, ນັບແຕ່ນັ້ນມາ ລັດເຊຍ ກໍໄດ້ຖະແຫລງຈະບໍ່ຜັນຂະຫຍາຍບັນດາປະເພດອາວຸດທີ່ຄ້າຍຄືນີ້ ຖ້າຫາກ ອາເມລິກາ ບໍ່ຜັນຂະຫຍາຍ.