ທ່ານປະທານາທິບໍດີ Vladimir Putin
(ພາບ: THX/TTXVN)

ເມື່ອຕອບຄຳຖາມທີ່ການປະຊຸມແຫຼງຂ່າວໃນວັນທີ 26 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ, ຄູ່ຕຳແໜ່ງ ສະໂລວາກີ ທ່ານ Robert Fico ໄດ້ສະເໜີຈັດການເຈລະຈາສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ແລະ ການນຳລັດເຊຍ “ບໍ່ຄັດຄ້ານ” ຂໍ້ສະເໜີດັ່ງກ່າວ, ພ້ອມທັງຍ້ອງຍໍ “ຫຼັກໝັ້ນເປັນກາງ” ຂອງ ສະໂລວາກີ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Robert Fico ໄດ້ພົບປະກັບທ່ານປະທານາທິບໍດີ ລັດເຊຍ ຢູ່ ມົດສະກູ, ໃນວັນທີ 22 ທັນວາ.

ຖະແຫຼງການທີ່ທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກມາໃນຈຸດເວລາທີ່ ຢູແກຼນ ຖະແຫຼງບໍ່ຕໍ່ກຳນົດເວລາສັນຍາອະນຸຍາດໃຫ້ອາຍແກັດຂອງ ລັດເຊຍ ໄປຜ່ານປະເທດນີ້ເພື່ອສົ່ງໄປຍັງ ເອີລົບ ທີ່ຈະໝົດກຳນົດເວລາໃນທ້າຍປີນີ້. ທ່ານ Vladimir Putin ຢືນຢັນວ່າ, ບໍ່ມີເວລາເຫຼືອໃນປີນີ້ເພື່ອລົງນາມຂໍ້ຕົກລົງຂົນສົ່ງອາຍແກັດໄປຜ່ານ ຢູແກຼນ ສະບັບໃໝ່.