ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: REUTERS/Eduardo Munoz) |
ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ ນິວຢອກ (ອາເມລິກາ) ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 80 ສະມັດຊາໃຫຍ່ ສປຊ, ທ່ານ Lavrov ຢືນຢັນວ່າ ການໂອ້ລົມສົນທະນາລະຫວ່າງ ລັດເຊຍ ແລະ ອາເມລິກາ ກ່ຽວກັບບັນຫາວິຊາ, ການເຄື່ອນໄຫວຂອງບັນດາສະຖານທູດ, ຊັບສິນການຕ່າງປະເທດ ກໍ່ຄືບັນດາແງ່ມູນອື່ນໆ ກ່ຽວກັບການເຄື່ອນໄຫວປະຈຳຂອງ ບັນດາຄະນະການຕ່າງປະເທດ ຍັງພວມດຳເນີນ ແລະ ທ່ານພ້ອມກັບທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເຫັນດີເປັນເອກະພາບຈັດຮອບທີສາມ ໃນລະດູໃບໄມ່ຫຼົ່ນນີ້.

