ບັນດາສະເລີຍເສິກ ຢູແກຼນ ຢູ່ ລົດເມ ເມື່ອເຂົາເຈົ້າກັບຄືນເມືອພາຍຫລັງການແລກປ່ຽນ ເມື່ອວັນທີ 09/6/2025 (ພາບ:REUTERS/Valentyn Ogirenko)

ກຸ່ມພົນທະຫານ ທຳອິດ ໂດຍ ຢູແກຼນ ແລກປ່ຽນ ແມ່ນບັນດາພົນທະຫານມີອາຍຸຕ່ຳກວ່າ 25 ປີ ປະຈຸບັນ ໄດ້ສົ່ງກັບເມືອເຂດດິນແດນ Belarus ເພື່ອຮັບເອົາການຫນູນຊ່ວຍທາງການແພດ ທີ່ຈຳເປັນ. ໃນຂະນະນັ້ນ ລັດເຊຍ ກໍ່ແລກປ່ຽນຈຳນວນສະເລີຍເສິກຢູແກຼນ ທຽບເທົ່າກັນ. ເຖິງຢ່າງໃດກໍຕາມ ສອງຝ່າຍ ບໍ່ເຜີຍຕົວເລກລະອຽດ

ໃນວັນດຽວກັນ, ວັງ Kremlin ຢືນຢັນ ມົດສະກູ ສືບຕໍ່ ປະຕິບັດຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນຂອບເຂດບັນດາການເຈລະຈາສັນຕິພາບ. ໂຄສົກ ວັງ Kremlin , ທ່ານ Dmitry Peskov ຢືນຢັນ: ລັດເຊຍ ຍາມໃດກໍ່ປະຕິບັດຢ່າງເຂັ້ມງວດບັັນດາຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນ ມີບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການແລກປ່ຽນສະເລີຍເສິກ ຊື່ງໄດ້ຕົກລົງເຫັນດີໃນຮອບເຈລະຈາຢູ່ Istanbul. ໃນຂະນະນັ້ນ ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢັ້ງຢືນວ່າ ການແລກປ່ຽນສະເລີຍເສິກ ກັບລັດເຊຍ ພວມດຳເນີນ ແລະ ການເຄື່ອນໄຫວນີ້ ຈະໄດ້ຮັບການປະຕິບັດຕາມຫລາຍໄລຍະໃນ “ຊຸມມື້ຈະມາເຖິງ”.