ວັນທີ 03 ທັນວາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີຕໍ່ຂໍ້ສະເໜີຈຳນວນໜຶ່ງຂອງ ອາເມລິກາ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ. ນອກນັ້ນ, ລັດເຊຍ ກໍ່ພ້ອມແລ້ວທີ່ຈະພົບປະກັບບັນດານັກເຈລະຈາ ອາເມລິກາ ຫຼາຍຄັ້ງຖ້າມີຄວາມຈຳເປັນ, ເພື່ອບັນລຸໄດ້ຂໍ້ຕົກລົງ.

ຕາມສຳນັກຂ່າວສານ RIA Novosti, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບ ທ່ານ Steve Witkoff ແລະ ທ່ານ Jared Kushner ທູດພິເສດຂອງປະທານາທິບໍດີ ອາເມລິກາ ຢູ່ ມົດສະກູ. ທ່ານ Dmitry Peskov ໃສ່ໃຈວ່າ ບໍ່ຄວນເຂົ້າໃຈວ່າ ທ່ານປະທານາທິບໍດີ Vladimir Putin ປະຕິເສດບັນດາຂໍ້ສະເໜີຂອງ ອາເມລິກາ, ຍ້ອນນີ້ຫາກໍແມ່ນການແລກປ່ຽນໂດຍກົງຄັ້ງທຳອິດກ່ຽວກັບບັນດາຂໍ້ສະເໜີນັ້ນ. ຕາມທ່ານແລ້ວ, ທ່ານປະທານາທິບໍດີ Vladimir Putin ໄດ້ຍອມຮົບເອົາບາງຈຸດ ແລະ ປະຕິເສດບາງຈຸດອື່ນ, ກໍ່ຄ້າຍຄືກັນກັບທຸກວິວັດທະນາການເຈລະຈາປົກກະຕິ.