ທ່ານ Dmitri Peskov, ໂຄສົກວັງ Kremlin
(ພາບ: Alexander Zemlianichenko/REUTERS)

ທ່ານ Dmitri Peskov, ໂຄສົກວັງ Kremlin ຖະແຫຼງວ່າ ຕ້ອງມີບັນດາຄວາມມານະພະຍາຍາມຢ່າງຍືດເຍື້ອເພື່ອແກ້ໄຂບັນຫາ ຢູແກຼນ, ແທນທີ່ສຸມໃສ່ການຈັດການພົບປະອັນສັ້ນໆລະຫວ່າງທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ.

ວັນທີ 02 ພະຈິກ, ເມື່ອຖືກຖາມກ່ຽວກັບຄວາມອາດສາມາດຊັບຊ້ອນການພົບປະໂດຍກົງລະຫວ່າງການນຳ ລັດເຊບ - ອາເມລິກາ, ທ່ານ Dmitri Peskov ເນັ້ນໜັກວ່າ ປະຈຸບັນບໍ່ຕ້ອງຈັດກອງປະຊຸມສຸດຍອດຄືແນວນັ້ນ. ແທນທີ່ນັ້ນ, ສິ່ງສຳຄັນແມ່ນຕ້ອງມີຄວາມມານະພະຍາຍາມຢ່າງລະອຽດລະອໍກ່ຽວກັບບັນຫາລາຍລະອຽດທີ່ຕ້ອງແກ້ໄຂ.

ກ່ອນໜ້ານັ້ນ, ການນຳ 2 ທ່ານໄດ້ເຫັນດີຈະພົບປະຢູ່ ຮຸງກາຣີ ແລະ ເລື່ອງກະກຽມໃຫ້ການພົບປະພາຍຫຼັງການໂອ້ລົມທາງໂທລະສັບໃນວັນທີ 15 ຕຸລາ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກນັ້ນ ທ່ານ Donald Trump ຖະແຫຼງໄຈະກອງປະຊຸມສຸດຍອດຊົ່ວຄາວໂດຍບໍ່ກຳນົດເວລາ. ສາຍເຫດທີ່ໄດ້ຍົກອອມາແມ່ນຕ້ອງບັນລຸໝາກຜົນໃດໜຶ່ງກ່ຽວກັບການແກ້ໄຂບັນຫາ ຢູແກຼນ. ກ່ຽວກັບຝ່າຍ ລັດເຊຍ, ທ່ານ Vladimir Putin ໃຫ້ຮູ້ວ່າ, ກອງປະຊຸມຈະຈັດຂຶ້ນຢູ່ ຮຸງກາຣີ ໂດຍອາເມລິກາ ສະເໜີຖືກໂຈະໄວ້ ຫາກບໍ່ແມ່ນຖືກຍົກເລີກ.