ພະນັກງານການທູດ ແລະ ນັກຂ່າວ ຫວຽດນາມ ປະຈຳ ກຳປູເຈຍ ທີ່ພິທີມອບຮັບຫລຽນໄຊ |
ກ່າວຄຳເຫັນທີ່ພິທີ, ທ່ານ Khiev Kanharith ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ ຕີລາຄາສູງບົດບາດຂອງສະຖານທູດ ແລະ ບັນດາ ອົງການສື່ມວນຊົນຫວຽດນາມ ປະຈຳ ກຳປູເຈຍ ໃນໄລຍະຜ່ານມາ ໄດ້ມີການປະກອບສ່ວນຫລາຍຢ່າງໃນການສ້າງ ແລະ ພັດທະນານ້ຳໃຈມິດຕະພາບສາມັກຄີລະຫວ່າງປະຊາຊົນສອງປະເທດ.
ໃນຫລາຍປີຜ່ານມາ ສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງຫນ້າສື່ມວນຊົນຂອງຫວຽດນາມ ປະຈຳ ກຳປູເຈຍ ໄດ້ປະຕິບັດບົດບາດເປັນຂົວຕໍ່ໃນການກໍ່ສ້າງ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບ, ມູນເຊື້ອອັນດີງາມຍາວນານລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ກຳປູເຈຍເປັນຢ່າງດີ .
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

