ວັນທີ 30 ມິຖຸນາ, ທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ເຕືອນວ່າ ຫລາຍປະເທດ ອາດຈະປະເຊີນຫນ້າກັບອັດຕາພາສີສູງກວ່າ ພາຍຫລັງວັນທີ 9 ກໍລະກົດ ເມື່ອຄຳສັ່ງໂຈະການຈັດວາງອັດຕາພາສີ ແມ່ນສິ້ນສຸດ ນັບທັງໃນຂະນະເຂົາເຈົ້າພວມດຳເນີນການເຈລະຈາຢ່າງມີເຈດຕະນາດີກັບ ວໍຊິງຕັນ. ທ່ານ Bessent ໃຫ້ຮູ້ວ່າ: ທ່ານຕັ້ງຄວາມຫວັງຈະບັນລຸໄດ້ ຂໍ້ຕົກລົງດ້ານການຄ້າຫລາຍສະບັບກ່ອນ ທີ່ເວລາກຳນົດດັ່ງກ່າວ. ຖ້າຫາກບໍ່ດ່ັງນັ້ນ ອັດຕາພາສີ 10% ປະຈຸບັນ ຊື່ງ ອາເມລິກາ ຈັດວາງສຳລັບສິນຄ້ານຳເຂົ້າຈາກຫລາຍປະເທດຈະໄດ້ຍົກສູງຂຶ້ນ ຈາກລະດັບ 11% - 50% ຕາມອັດຕາພາສີ ຊື່ງທ່ານປະທານາທິບໍດີ D. Trump ເຄີຍປະກາດໃນວັນທີ 2 ເມສາ.
ໃນວັນດຽວກັນ ທ່ານ Kevin Hassett ທີ່ປຶກສາດ້ານເສດຖະກິດທຳນຽບຂາວ ໃຫ້ຮູ້ວ່າ: ອາເມລິກາ ຈະເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າກັບ ການາດາ ພາຍຫລັງເມື່ອ Ottawa ເຫັນດີຍົກເລີກອັດຕາພາສີການບໍລິການດິຈີຕອນ ຊື່ງຈັດວາງໃສ່ບັນດາບໍລິສັດເຕັກໂນໂລຊີ ອາເມລິກາ. ກ່າວຄຳເັນທາງຊ່ອງໂທລະພາບ Fox News , ທ່ານ Hassett ໃຫ້ຮູ້ວ່າ: ຝ່າຍ ການາດາ ປະຈຸບັນ ໄດ້ເຫັນດີ, ເປີດຊ່ອງທາງໃຫ້ແກ່ການເຊື່ອມຕໍ່ບັນດາການເຈລະຈາດ້ານການຄ້າລະຫວ່າງສອງປະເທດ.
