(ລາຍການສະແດງສິລະປະທີ່ພິທີ)

ວັນທີ 20 ທັນວາ, ຢູ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024).

ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ພ້ອມກັບບັນດາອະດີດການນຳພັກ, ລັດ, ກອງທັບ, ນັກປະຕິວັດຜູ້ອາວຸໂສ, ແມ່ ຫວຽດນາມ ວິລະຊົນ…

ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ, ຢືນຢັນວ່າ ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຫວນຄືນມູນເຊື້ອອັນສະຫງ່າງາມ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເຫັນໄດ້ຄຸນຄ່າຂອງສັນຕິພາບ, ສະຖຽນລະພາບ, ຄວາມຕັດສິນໃຈປົກປ້ອງ ແລະ ຮັກສາພື້ນຖານສັນຕິພາບ, ເອກະລາດອີກດ້ວຍ.

“ດ້ວຍເປົ້າໝາຍສູງສຸດແມ່ນສ້າງສາປະເທດ ຫວຽດນາມ ແຫ່ງສັນຕິພາບ, ສີວິໄລ, ວັດທະນາຖາວອນ ແລະ ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ, ບໍ່ມີສົງຄາມ, ມະນຸດໄດ້ດຳລົງຊີວິດດ້ວຍຄວາມເສລີພາບ, ອີ່ມໜຳສຳລານ, ສົມບູນພູນສຸກ. ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເຄົາລົບເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງທຸກໆປະເທດ, ບໍ່ເຂົ້າຮ່ວມສຳພັນທະມິດດ້ານການທະຫານ, ບໍ່ຮ່ວມສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ, ບໍ່ໃຫ້ຕ່າງປະເທດຕັ້ງຖານທີ່ໝັ້ນການທະຫານ ຫຼື ນຳໃຊ້ຜືນແຜ່ນດິນຂອງ ຫວຽດນາມ ເພື່ອຕ້ານຄືນປະເທດອື່ນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດໃນການພົວພັນສາກົນ”.

ໃນຂອບເຂດພິທີສະເຫຼີມສະຫຼອງ ຍັງມີລາຍການສະແດງສິລະປະ, ລວບລວມປະຫວັດຄວາມເປັນມາ, ການຕໍ່ສູ້, ຍາດເອົາໄຊຊະນະຂອງກອງທັບ ຫວຽດນາມ, ກໍ່ຄືຢືນຢັນບົດບາດໃຫຍ່ຫຼວງຂອງກອງທັບປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.