ວັນທີ 21 ກັນຍາ, ພຽງແຕ່ໜຶ່ງວັນກ່ອນ ຈັດກອງປະຊຸມສາກົນ ກ່ຽວກັບມາດຕະການສອງລັດ ໃຫ້ແກ່ ປາແລັດສະຕິນ ແລະ ອິດສະລາແອັນ ຄາດວ່າຈະດຳເນີນຢູ່ນະຄອນ ນິວຢອກ (ອາເມລິກາ), ມີບັນດາປະເທດຄື: ອັງກິດ, ການາດາ, ແລະ ອົດສະຕາລີ ໄດ້ປະກາດຮັບຮອງເອົາ ລັດ ປາແລັດສະຕິນ, ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ຢູ່ຕາເວັນອອກກາງ.
ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການ ສອງລັດ, ລາຊະອານາຈັກ ອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນຢ່າງເປັນທາງການ. ຖະແຫຼງການນີ້ໄດ້ຮັບຖືວ່າແມ່ນການປ່ຽນແປງຄັ້ງປະຫວັດສາດ ໃນນະໂຍບາຍການຕ່າງປະເທດຂອງ ອັງກິດໃນຫຼາຍທົດສະວັດຜ່ານມາ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ການາດາກໍ່ ໄດ້ ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢ່າງເປັນທາງການ ແລະ ສະເໜີການຮ່ວມມືໃນການສ້າງຄຳໝັ້ນສັນຍາ ກ່ຽວກັບອະນາຄົດແຫ່ງສັນຕິພາບ ໃຫ້ແກ່ທັງລັດ ປາແລັດສະຕິນ ແລະ ລັດ ອິດສະລາແອັນ. ຖະແຫຼງການໄດ້ເນັ້ນໜັ້ກວ່າ ການຮັບຮອງຂອງ ການາດາແມ່ນສອດຄ່ອງກັບບັນດາຫຼັກການຕັດສິນດ້ວຍຕົນເອງ ແລະ ບັນດາສິດພື້ນຖານຂອງມວນມະນຸດທີ່ໄດ້ຍົກອອກມາໃນກົດບັດ ສປຊ.
ດັ່ງນັ້ນ, ມາຮອດປັດຈຸບັນມີກ່ວາ 140 ປະເທດຮັບຮອງ ລັດ ປາແລັດສະຕິນຢ່າງເປັນທາງການ. ຄາດວ່າຈະມີຕື່ມອີກຫຼາຍປະເທດຍົກອອກຄຳຕັດສິນທີ່ຄ້າຍຄືກັນຢູ່ກອງປະຊຸມກ່ຽວກັບມາດຕະການສອງລັດ ທີ່ໄດ້ດຳເນີນຢູ່ນິວຢອກໃນວັນທີ 22 ກັນຍາ.
