ລາຍການສະແດງສິລະປະ (ພາບ: VOV) |
ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນດ່ານັ້ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຄະນະທູຕານູທູດອາເມລິກາ ປະຈຳ ຫວຽດນາມ, ນະຄອນດ່ານັ້ງ ໄດ້ສົມທົບກັນຈັດຕັ້ງລາຍການພົບປະມິດຕະພາບຫວຽດນາມ - ອາເມລິກາ. ນີ້ແມ່ນບັນດາການເຄື່ອນໄຫວນອນໃນບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ(1995-2025).
ເຫດການໄດ້ດຶງດູດການເຂົ້າຮ່ວມຂອງ 3000 ຄົນ ດ້ວຍບັນດາການເຄືອນໄຫວ: ພົບປະແລກປ່ຽນສິລະປະ, ກິລາ, ບັນດາການລະຫຼິ້ນພື້ນເມືອງສອງປະເທດ, ວາງສະແດງວັດທະນະທຳ, ອາຫານການກິນ ຫວຽດນາມ, ອາເມລິກາ ແລະ ບັນດາຜົນສຳເລັດໃນການພົວພັນທາງການທູດ ຫວຽດນາມ - ອາເມລິກາ. ລາຍການແມ່ນເພື່ອແນໃສ່ເຊີດຊູພື້ນຖານວັດທະນະທຳທີ່ຫຼາຍຮູບຫຼາຍແບບ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ອາເມລິກາ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບການພົວພັນມິດຕະພາບ ປະຊາຊົນ ຫວຽດນາມ - ອາເມລິກາ, ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈເຊິ່ງກັນແລະກັນ ເລິກເຊິ່ງກ່ວາອີກ ແລະ ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນສອງປະເທດໃນໄລຍະຈະມາເຖິງ. ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມເນັ້ນໜັກວ່າ:
ໃນໄລຍະໃໝ່, ການພົບປະແລກປ່ຽນປະຊາຊົນ ຫວຽດນາມ ອາເມລິກາ ຈະສືບຕໍ່ມີການປະກອບສ່ວນຢ່າງໃຫຍ່ຫຼວງ, ສ້າງພື້ນຖານສັງຄົມທີ່ຕັ້ງໜ້າ, ສະດວກ ແລະ ຊຸກຍູ້ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຮູ້ສຶກດີໃຈທີ່ໄດ້ເປັນ ສ່ວນໜຶ່ງທີ່ຕັ້ງໜ້າໃນວິວັດການພັດທະນາຂອງການພົວພັນນັ້ນ.

