ກອງປະຊຸມລະດັບຊາດກ່ຽວກັບເອເລັກໂຕນິກ, ສື່ມວນຊົນ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຄັ້ງທີ XXVII (ພາບ: TTXVN)
|
ວັນທີ 14/12, ກອງປະຊຸມລະດັບຊາດກ່ຽວກັບເອເລັກໂຕນິກ, ສື່ມວນຊົນ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຄັ້ງທີ XXVII (REV-ECIT 2024) ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ. ເຫດການມີຫົວຂໍ້ “ພັດທະນາອຸດສາຫະກຳຊິບເຄິ່ງຊັກນຳ ແລະ ປັນຍາປະດິດ” ໄດ້ດຶງດູດການເຂົ້າຮ່ວມຂອງນັກວິທະຍາສາດເກືອບ 300 ຄົນທີ່ມາຈາກມະຫາວິທະຍາໄລ, ສະຖາບັນການຄົ້ນຄ້ວາ ແລະ ອົງການຈັດຕັ້ງວິທະຍາສາດໃນທົ່ວໂລກກ່ວາ 60 ແຫ່ງ.
ໄລຍະຜ່ານມາ, ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ ຫວຽດນາມ ໄດ້ສະເໜີບັນດາກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີດີຈີຕອນ, ຮາກຖານບຳລຸງສ້າງ, ນັກວິທະຍາສາດ, ເປັນເຈົ້າການສ້າງແຜນການ, ໜ້າທີ່ເພື່ອປະກອບສ່ວນຫັນເປົ້າໝາຍຍຸດທະສາດພັດທະນາອຸດສາຫະກຳ ເຄິ່ງຊັກນຳ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ຢູ່ວາລາປຶກສາຫາລື, ບັນດາຜູ້ແທນໄດ້ແບ່ງປັນ, ປຶກສາຫາລືເພື່ອຊອກຫາວິທີການດີທີ່ສຸດ, ຍົກອອກຂໍ້ສະເໜີຂອງພັກ, ລັດເພື່ອພັດທະນາຂໍ້ມູນຂ່າວສານ, ປະຕິບັດສຳເລັດຍຸດທະສາດພັດທະນາອຸດສາຫະກຳເຄິ່ງຊັກນຳຂອງ ຫວຽດນາມ.

