ເຫດໄຟໄໝ້ປ່າ ຢູ່ Los Angeles (ພາບ: THX/TTXV) |
ບັນດາເຫດໄຟໄໝ້ປ່າທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງ Los Angeles ພວມສືບຕໍ່ ທຳລາຍນະຄອນ ທີ່ມີປະຊາກອນຫຼາຍຢູ່ອັນດັບທີສອງ ຂອງ ລັດ California, ທາງທິດຕາເວັນຕົກຂອງປະເທດອາເມລິກາ ເຊິ່ງກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ທາງຊັບສິນ ແລະ ຊີວິດອິນຊີ. ຕາມການຄິດໄລ່ໃນເບື້ອງຕົ້ນ, ມາຮອດປະຈຸບັນ ບັນດາເຫດໄຟໄໝ້ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 10 ຄົນເສຍຊີວິດ, ກວ່າ 180.000 ຕ້ອງໄປອົບພະຍົບ. ກິດຈະກຳນັບໝື່ນແຫ່ງຖືກທຳລາຍຍ້ອນໄຟໃໝ້ແຜ່ລາມດ້ວຍລະດັບໄວ. ປະຈຸບັນ, ໄຟໄໝ້ໄດ້ແຜ່ລາມອອກສູ່ເນື້ອທີ່ປະມານ 13.750 ເຮັກຕາ. ຕາມການຄາດຄະເນຂອງນັກຄາດຄະເນເອກະຊົນ AccuWeather ແລ້ວ, ຄວາມເສຍຫາຍດ້ານເສດຖະກິດຍ້ອນໄພພິບັດດັ່ງກ່າວແມ່ນແຕ່ 135 ຕື້ USD – 150 ຕື້ USD.
ຜົນກະທົບນັບມື້ນັບຮ້າຍແຮງໃນຂະນະທີ່ເຫດໄຟໄໝ້ໄດ້ແຜ່ລາມໂດຍໄວຍ້ອນມີລົມແຮງ ດ້ວຍຄວາມໄວຂຶ້ນເຖິງ 160 ກີໂລແມັດ/ຊົ່ວໂມງ ເຊິ່ງໄດ້ທຳລາຍປ່າ ແລະ ເຂດຊຸມຊົມຕ່າງໆກ່ວາ 16.000 ເຮັກຕາ. ບາງສະຖານທີ່ທີ່ມີຊື່ສຽງເຊິ່ງແມ່ນສັນຍາລັກຂອງ Los Angeles ຄື: Hollywood Walk of Fame, Hollywood Bowl ແລະ ເຮືອນຫຼັງຕ່າງໆຂອງຜູ້ທີ່ມີຊື່ສຽງພວມອາໄສຢູ່ ກໍ່ຖືກຜົນສະທ້ອນຢ່າງຮ້າຍແຮງ.
ໃນເຫດການທີ່ກ່ຽວຂ້ອງ, ທ່ານລັດຖະມົນຕີກະຊວງຄຸ້ມຄອງສະພາບການຮີບດວນ ອົດສະຕາລີ Jenny McAllister ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວຈະໜູນຊ່ວຍອຳນາດການປົກຄອງ ອາເມລິກາ ຄວບຄຸ້ມສະພາບໄຟໄໝ້ປ່າ.

