(ງານບຸນວັດທະນະທຳໂລກ ຮ່າໂນ້ຍ ຄັ້ງທີ 1)

ພາຍຫຼັງຈັດຂຶ້ນເປັນເວລາ 3 ວັນ (ແຕ່ວັນທີ 10 – 12 ຕຸລາ), ງານບຸນວັດທະນະທຳໂລກ ຮ່າໂນ້ຍ ຄັ້ງທີ 1 ໄດ້ອັດລົງ, ເຊິ່ງດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວປະມານ 1 ລ້ານເທື່ອຄົນມາຮ່ວມ. ງານບຸນໄດ້ນຳມາເຊິ່ງເຂດວັດທະນະທຳທີ່ຫຼາກຫຼາຍສີສັນຂອງ ຫວຽດນາມ ແລະ ບັນດາປະເທດໃນໂລກ, ພ້ອມກັນນັ້ນ ກໍ່ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ແຜ່ກະຈາຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ການແບ່ງປັນຂອງຊາດ ຫວຽດນາມ ກັບພໍ່ແມ່ປະຊາຊົນຢູ່ເຂດຖືກຜົນສະທ້ອນຍ້ອນໄພທຳມະຊາດ, ພາຍຸ, ນ້ຳຖ້ວມ.

ທີ່ພິທີອັດຈັດຂຶ້ນໃນຕອນຄ່ຳວັນທີ 12 ຕຸລາ, ຢູ່ພະລາຊະວັງ ທັງລອງ (ສູນອະນຸລັກຮັກສາພະລາຊະວັງ ທັງລອງ, ຮ່າໂນ້ຍ), ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ເນັ້ນໜັກວ່າ:

“ງານບຸນບໍ່ພຽງແຕ່ແມ່ນການພົບປະທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບຂອງບັນດາພື້ນຖານວັດທະນະທຳໃນໂລກ ດ້ວຍສານທີ່ວ່າ ໂລກຮ່ວມຈັງຫວະຄວາມຮັກແພງ. ພວກເຮົາໄດ້ສ້າງເຂດໂຄສະນາບັນດາພື້ນຖານວັດທະນະທຳເປັນຫຼາຍຮູບຫຼາຍແບບ, ພວກເຮົາກໍ່ພ້ອມກັນຮ່ວມແຮງຮ່ວມໃຈຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ດ້ວຍເລື່ອງຮັດແໜ້ນການຮ່ວມມືກັບບັນດາປະເທດຖືກຕາມຄະຕິຂອງ UNESCO: ວັດທະນະທຳເພື່ອສັນຕິພາບ”.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສິລະປິນ ຫວຽດນາມ ສະແດງໃຫ້ເຫັນກຳລັງປະດິດຄິດສ້າງ, ຈິດໃຈເຊື່ອມໂຍງ ແລະ ຄວາມຄາດຫວັງບືນຕົວອອກສູ່ໂລກດ້ວຍພາສາສິລະປະ.