ລາຍການ ທະຫານປ້ອງກັນຊາຍແດນ ນຳລະດູບານໃໝ່ທີ່ອົບອຸ່ນມາໃຫ້ຊາວບ້ານ ຢູ່ບັນດາທ້ອງຖິ່ນ (ພາບ: VOV)

ວັນທີ 04 ມັງກອນ ຢູ່ຕາແສງ ແທັງອານ, ເມືອງຊາຍແດນ ເກິ່ນເຢີ ນະຄອນໂຮ່ຈີມິນ, ໄດ້ດຳເນີນລາຍການ ທະຫານປ້ອງກັນຊາຍແດນ ນຳລະດູບານໃໝ່ທີ່ອົບອຸ່ນມາໃຫ້ຊາວບ້ານ” ປີ 2025 ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈຄວາມຮັກແພງລະຫວ່າງ ທະຫານ ແລະ ປະຊາຊົນທີ່ສະໜິດຕິດພັນ.

ບັນດາການເຄື່ອນໄຫວລວມມີ: ການມອບງົບປະມານລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໃນບໍລິເວນຕາແສງ ແທັກອານ 5 ຫຼັງ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວນະໂຍບາຍ, ປະຊາຊົນປະສົບກັບຄວາມຫຍຸ້ງຍາກຂອງຕາແສງ ມອບຂອງຂວັນໃຫ້ນັກຮຽນ, ກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ ປະຊາຊົນ 150 ເທື່ອຄົນ…

ລາຍການໂດຍກອງບັນຊາການທະຫານປ້ອງກັນຊາຍແດນນະຄອນ ໂຮ່ຈີມິນ ສົມທົບກັບບາງຫົວໜ່ວຍຈັດຂຶ້ນໃນໂອກາດບຸນເຕັດປະຈຳຊາດທຸກປີ ເຊິ່ງໄດ້ສະແດງຄວາມຮູ້ບຸນຄຸນຂອງພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນນະຄອນ ຕໍ່ປະຊາຊົນເຂດຊາຍແດນທະຫານ, ແລວທາງດ່ານຊາຍແດນ, ທ່າກຳປັ່ນນະຄອນ.

ແລະ ກໍ່ໃນວັນດຽວກັນ, ຢູ່ຕາແສງຊາຍແດນ ອີອາ ປນົນ, ເມືອງ ດຶກເກີ, ແຂວງ ຢາລາຍ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຈັດລາຍການ “ທະຫານປ້ອງກັນຊາຍແດນ ນຳລະດູບານໃໝ່ທີ່ອົບອຸ່ນມາໃຫ້ຊາວບ້ານ” ລະດູບານໃໝ່ ມະເສັງປີ 2025.