ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ. (ພາບ: TTXVN)

ນີ້ແມ່ນໝາກຜົນທີ່ໄດ້ຮັບການຄັດເລືອກຈາກຜູ້ອ່ານ 757.000 ຄົນ ໃນການສຳຫຼວດຄັ້ງຫຼ້າສຸດ ແນໃສ່ຮັບໃຊ້ໃຫ້ແກ່ລາງວັນຜູ້ອ່ານນິຍົມເລືອກປີ 2025 ຂອງວາລະສານ Condé Nast Traveler. ນີ້ແມ່ນວາລະສານທີ່ສະໜອງຂໍ້ມູນກ່ຽວກັບການທ່ອງທ່ຽວຫຼູຫຼາ, ໂຮງແຮມ, ພັດທະຄານ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງອື່ນ.

ເມື່ອແບ່ງປັນກ່ຽວກັບໝາກຜົນນີ້, ທ່ານນາງ Yuriko Koike ເຈົ້າຄອງນະຄອນຫຼວງ ໂຕກຽວ, ຢັ້ງຢືນວ່າ ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະ ກຳລັງບົ່ມຊ້ອນພັດທະນາຂອງນະຄອນ. ທ່ານນາງ Koike ຖືວ່າ ການປະສານສົມທົບຢ່າງກົມກຽວລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະ ທັນສະໄໝຂອງ ໂຕກຽວ ແມ່ນ “ລູກກຸນແຈ” ສ້າງທີ່ຕັ້ງສາກົນໃຫ້ແກ່ນະຄອນນີ້.

ໃນຕາຕະລາງຈັດອັນດັບ 10 ນະຄອນໃຫຍ່ແຖວໜ້າໂລກ (ບໍ່ລວມບັນດານະຄອນຂອງ ອາເມລິກາ), ເມືອງເກົ່າ ໂຕກຽວຂອງ ຍີ່ປຸ່ນ ຢືນອັນດັບທີ 2, ຖັດມາແມ່ນ Cape Town (ອາຟະລິກາໃຕ້), ສິງກະໂປ ແລະ ເຊີອຸນ (ສ.ເກົາຫຼີ).