ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ຕອນບ່າຍວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ ປະກາດຂໍ້ຕົກລົງບູລະນະຄະນະຊີ້ນຳ ແລະ ກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈິ່ນຮົ່ງມິງ ເປັນຮອງຫົວໜ້າຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ມີບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການເຕີບໂຕ, ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ, ສ້າງສົມໜ້າໃໝ່ໃຫ້ແກ່ປະເທດຊາດ. ທ່ານໃຫ້ຮູ້ວ່າ:
ການປະກອບສ່ວນສ້າງແຫຼ່ງສະໜອງ, ໂຄງປະກອບອະສັງຫາລິມະຊັບ ພິເສດແມ່ນເຮືອນຢູ່ສັງຄົມໃຫ້ແກ່ຜູ້ມີລາຍຮັບຕ່ຳ ແລະ ປານກາງ ໃນປັດຈຸບັນແມ່ນສຳຄັນທີ່ສຸດ, ຕ້ອງເຮັດ, ປະຕິບັດຢ່າງເດັດຂາດ. ພວກເຮົາບໍ່ອາດ ເມີນເສຍຕໍ່ນະໂຍບາຍໃຫຍ່ຂອງພັກ, ນະໂຍບາຍທີ່ມະນຸດສະທຳທີ່ສຸດນີ້. ບໍ່ເສຍສະຫຼະການຊ່ວຍເຫຼືອສັງຄົມ ເພື່ອເດີນຕາມການເຕີບໂຕຢ່າງດຽວ.

