ທ່າກ່ຳປັ່ນສິນຄ້າ Long Beach, California, ອາເມລິກາ (ພາບ: THX/TTXVN)

ຄຳກ່າວເຕືອນດັ່ງກ່າວຂອງທ່ານນາງ Pamela Coke – Hamilton, ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC) ຂອງ ສປຊ ໄດ້ຍົກອອກມາໃນການປະຊຸມຖະແຫຼງຂ່າວ ເມື່ອວັນທີ 8 ກໍລະກົດ ຢູ່ ເຊີແນວ (ສະວິດ).

ທ່ານນາງກໍໃຫ້ຮູ້ຕື່ມອີກວ່າ, ຄວາມບໍ່ແນ່ນອນນີ້, ບວກກັບການຫຼຸດຜ່ອນການຊ່ວຍເຫຼືອພັດທະນາລົງເປັນຈຳນວນຫຼາຍ, ໄດ້ເຮັດໃຫ້ບັນດາປະເທດພວມພັດທະນາເປັນຊອັດຄວບຄູ່.

“ໄປຄຽງຄູ່ກັບການຂາດສະຖຽນລະພາບຍ້ອນນະໂຍບາຍພາສີອາກອນ ແລະ ບັນດາມາດຕະການດ້ານການຄ້າທີ່ກ່ຽວຂ້ອງ, ພວກເຮົາພ້ອມກັນເຫັນປະຈັກຕາການຫຼຸດຜ່ອນເງິນຊ່ວຍເຫຼືອແກ່ການພັດທະນາ, ອັນໄດ້ເຮັດໃຫ້ບັນດາປະເທດພວມພັດທະນາເປັນຊອັດຄວບຄູ່. ບັນດາປະເທດ G7 ກວມເອົາປະມານ ¾ ຍອດເງິນຊ່ວຍເຫຼືອແກ່ການພັດທະນາຢ່າງເປັນທາງການ, ເຊິ່ງຈະຫຼຸດລົງ 28% ການເບີກຈ່າຍເງິນຊ່ວຍເຫຼືອຂອງເຂົາເຈົ້າໃນປີໜ້າ, ເມື່ອທຽບໃສ່ລະດັບຂອງປີ 2024. ນີ້ແມ່ນລະດັບການຫຼຸດຜ່ອນເງິນຊ່ວຍເຫຼືອຫຼາຍທີ່ສຸດນັບແຕ່ເມື່ອ G7 ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 50 ປີ.”