ລົດຂົນສົ່ງທອງຢູ່ Escondida ຂອງ BHP Billiton, ບໍ່ທອງໃຫຍ່ສຸດໃນໂລກ (ພາບເອກະສານ: REUTERS/Ivan Alvarado)

ເມື່ອແບ່ງປັນໃນແອັບສື່ສັງຄົມອອນໄລ Truth Social ໃນວັນທີ 09 ກໍລະກົດ, ຕາມເວລາທ້ອງຖິ່ນ, ເຈົ້າຂອງທຳນຽບຂາວໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບການຕີລາຄາຄວາມໝັ້ນຄົງແຫ່ງຊາດ, ທ່ານຕົກລົງຈັດວາງອັດຕາພາສີ 50% ສຳລັບທອງນຳເຂົ້າ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທອງແມ່ນໂລຫະທີ່ຈຳເປັນຮັບໃຊ້ບັນດາຂະແໜງຜະລິດຢູ່ ອາເມລິກາ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ສືບຕໍ່ຝາກຈົດໝາຍແຈ້ງບັນດາອັດຕາພາສີສົມທົບໃໝ່ຂອງ ອາເມລິກາ ເຖິງ 8 ປະເທດ ທີ່ເປັນຄູ່ຄ້າຂອງ ອາເມລິກາ. ອັດຕາພາສີສົມທົບຂອງແຕ່ລະປະເທດ ລະອຽດດັ່ງນີ້: ຟີລິບປິນ 20%, ບຣູໄນ ແລະ ໂມນໂດວາ 25%, ສີລັງກາ, ອານເຊຣີ, ອີຣັກ ແລະ ລີບີ 30% ແລະ ສູງສຸດແມ່ນ ບຣາຊິນ 50%.