ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ |
ເມື່ອກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສອງຝ່າຍສາມາດຂຸດຄົ້ນໄດ້, ດັ່ງນັ້ນ ຕ້ອງເປັນເຈົ້າການ, ປະດິດຄິດສ້າງ, ເສີມຂະຫຍາຍບັນດາກຳລັງບົ່ມຊ້ອນ, ປັດໄຈໜູນຊ່ວຍແກ່ກັນໃຫ້ການລະຫວ່າງທ້ອງຖິ່ນຂອງສອງປະເທດເພື່ອຊຸກຍູ້ການຮ່ວມມືທ້ອງຖິ່ນບົນຫຼັກການ “ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ເພື່ອຄວາມວັດທະນາຖາວອນລວມ. ກຳນົດການພົວພັນແລກປ່ຽນວັດທະນະທຳ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແມ່ນພື້ນຖານຂອງການພົວພັນຮ່ວມມືຍາວນານ. ກຳນົດຂະແໜງນະວັດຕະກຳ, ຫັນເປັນດີຈີຕອນ ຕ້ອງກາຍເປັນກຳລັງໜູນການເຕີບໂຕໃໝ່ຂອງການຮ່ວມມືທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ |
“ສະເໜີໃຫ້ສອງຝ່າຍຄົ້ນຄວ້າຊຸກຍູ້ບັນດາຮູບແບບການຮ່ວມມືກ່ຽວກັບເຕັກໂນໂລຢີ, ປັນຍາປະດິດ (AI), ຕົວເມືອງອັດສະລິຍະ, ສູນບຳລຸງສ້າງການ start up… ໃນນັ້ນ, ປາດຖະໜາວ່າ ຝ່າຍ ຍີ່ປຸ່ນ ຈະເພີ່ມທະວີການແບ່ງປັນບົດຮຽນປະສົບການ ແລະ ການໜູນຊ່ວຍທ້ອງຖິ່ນ, ວິສາຫະກິດ ຫວຽດນາມ ໃນການສ້າງລະບົບນິເວດນະວັດຕະກຳ, ຊຸກຍູ້ການຫັນເປັນດີຈີຕອນໃນອຳນາດການປົກຄອງທ້ອງຖິ່ນ, ຍົກສູງກຳລັງຄວາມສາມາດສ້າງນະໂຍບາຍ, ຄຸ້ມຄອງໃນບັນດາຂົງເຂດບຸລິມະສິດ, ເຊັ່ນ: AI, ພື້ນຖານໂຄງລ່າງເຄື່ອນທີ່, ເຄິ່ງຊັກນຳໄຟຟ້າ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


