ນັກຮ້ອງ ດຶກຟຸກ ຍາດທີ່ ຍາດໄດ້ລາງວັນທີໜຶ່ງ ໃນການແຂ່ງຂັນ ດົນຕີສາກົນ Intervision 2025 |
ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຄວາມມານະພະຍາຍາມທີ່ດີທີ່ສຸດ ແລະ ຜົນສຳເລັດຢ່າງດີເດັ່ນຂອງນັກຮ້ອງ ດຶກຟຸກ ດ້ວຍນ້ຳສຽງທີ່ເຕັມໄປດ້ວຍພະລັງແຮງ ພ້ອມກັບການສະແດງທີ່ດີເລີດ ຜ່ານບົດເພງ “ຝູ່ດົງທຽນເວືອງ”. ຜົນງານນີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດອັນຍິ່ງໃຫຍ່ສຳລັບ ນັກຮ້ອງ ດຶກຟຸເອງ ເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈລວມ ຂອງພື້ນຖານດົນຕີແຫ່ງຍຸກສະໄໝ ແລະ ວັດທະນະທຳ ຫວຽດນາມ ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ໄຊຊະນະຢູ່ Intervision 2025 ຄັ້ງນີ້ຈະແມ່ນກຳລັງໜູນເພື່ອໃຫ້ນັກຮ້ອງ ດຶກຝຸກເວົ້າສະເພາະ ແລະ ຖັນແຖວນັກສິລະປິນ ຫວຽດນາມ ເວົ້າລວມ ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພື້ນຖານດົນຕີຂອງປະເທດຊາດ ແລະ ໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກ, ພ້ອມທັງສ້າງແຫຼ່ງບັນດານໃຈຢ່າງແຮງໃຫ້ແກ່ໄວໜຸ່ມ ຫວຽດນາມ ສືບຕໍ່ອຸທິດສ່ວນ ແລະ ມີຫົດຄິດປະດິດສ້າງ, ປະກອບສ່ວນສິ່ງຍອດຍິ່ງຫວຽດນາມ ເຂົ້າໃນກະແສຄວາມສິວິໄລມວນມະນຸດ.

