ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ບາງກອກ ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ການແລກປ່ຽກຄຳເຫັນໄດ້ດຳເນີນໃນບັນຍາກາດທີ່ຕັ້ງໜ້າ. ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະ ເນັ້ນໜັກວ່າ ຍາມໃດກໍພ້ອມແລ້ວຮັກສາການຕິດຕໍ່ພົວພັນກັບ ໄທໃນທຸກເວລາ. ພ້ອມດຽວກັນນັ້ນ ໄທ ຮັບຮູ້ ແລະ ແບ່ງປັນຄວາມປາດຖະໜາລວມຂອງບັນດາຝ່າຍກ່ຽວກັບສັນຕິພາບ, ຢຸດຕິການປະທະກັນ.
ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມຫວັງສັນຕິພາບຈະໄດ້ຮັບການຟື້ນຟູໂດຍໄວ ບົນພື້ນຖານຖະແຫຼງການຮ່ວມກ່ຽວກັບເສັ້ນທາງແຫ່ງສັນຕິພາບ ໂດຍໄທ ແລະ ກຳປູເຈຍ ໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ - 47 ໃນທ້າຍເດືອນ ຕຸລາ 2025.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
