ວັນທີ 21 ມິຖຸນາ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າ ຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ ເຊິ່ງຈະຈັດຂຶ້ນຢູ່ນະຄອນ Tianjin ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປ.ຈີນ Li Qiang ແລະ ທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານເວທີປາໄສເສດຖະກິດໂລກ Børge Brende.