ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມບັນດາຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 9 ມິຖຸນາຢູ່ນະຄອນ Nice, ຝລັ່ງ.

ບັນຫາຫົວຂໍ້ໄດ້ປຶກສາຫາລືຢູ່ກອງປະຊຸມແມ່ນກວ້າງຂວາງ ແລະ ມີຄວາມເປັນຫຼາຍຮູບຫຼາຍແບບ ແລະ ລ້ວນແຕ່ແມ່ນບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ ແລະ ຕ້ອງຊຸກຍູ້ຮ່ວມມື. ໃນນັ້ນບຸລິມະສິດແຖວໜ້າແມ່ນການຍູ້ໄວວິວັດການໃຫ້ສັດຕະຍາບັນສັນຍາກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງ ຢູ່ ບໍລິເວນບໍ່ຂຶ້ນກັບສິດອຳນາດສານແຫ່ງຊາດ ຫຼືຍັງເອີ້ນວ່າ ສົນທິສັນຍາກ່ຽວກັບທະເລ. ໃນວັນທຳອິດ, ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງມີບົດກ່າວປາໄສສຳຄັນ, ຕາງໜ້າອາຊຽນ ແລະ ບົດກ່າວປາໄສຂອງ ຫວຽດນາມ ຢູ່ກອງປະຊຸມຄົບຄະນະ.