ພະຍາກອນກ່ຽວກັບ ພາຍຸເລກທີ 13 Kalmaegi (ພາບ: ສູນອຸຕິນິຍົມ, ອຸທົກກະສາດແຫ່ງຊາດ)

ພາຍຫຼັງເຄື່ອນເຂົ້າທະເລຕາເວັນອອກ, ພາຍຸລູກດັ່ງກ່າວຈະພັດຖະຫຼົ່ມເຂົ້າເຂດພາກກາງ ຫວຽດນາມ, ໃນສະພາບເຂດດັ່ງກ່າວຫາກໍ່ຮັບມືກັບຝົນຕົກນ້ຳຖ້ວມຄັ້ງປະຫວັດສາດທີ່ແກ່ຍາວເປັນຫຼາຍຄັ້ງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ, ຮັບມືກັບພາຍຸ KALMAEGI ແລະ ຝົນຕົກນ້ຳຖ້ວມພາຍຫຼັງພາຍຸ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ໂດຍສະເພາະແມ່ນທ້ອງຖິ່ນຕ່າງໆຈາກ ດ່າໜັງ ຕະຫຼອດຮອດ ແຄັງຮວ່າ ຈັດຕັ້ງການຕິດຕາມ, ກຳແໜ້ນສະພາບການຜັນແປຂອງພາຍຸນ້ຳຖ້ວມ; ສຳຫຼວດກວດຄືນບັນດາແບບວິທີ, ກຽມພ້ອມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບພາຍຸ ແລະ ນ້ຳຖ້ວມຫຼັງພາຍຸ; ຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີໃຫ້ແກ່ປະຊາຊົນ ແລະ ຈຳກັດຜົນເສຍຫາຍກ່ຽວກັບຊັບສິນຂອງປະຊາຊົນ ແລະ ລັດ ຢ່າງສຸດຂີດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກກໍລະນີ.