ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຮອດ Stockholm ເລີ່ມຕົ້ນການຢ້ຽມຢາມ ຊູແອັດ ຢ່າງເປັນທາງການ (ພາບ: VOV)

ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວສອງຝ່າຍຢູ່ຝລັ່ງ, ຕອນຄ່ຳວັນທີ 11 ມິຖຸນາ, ຕາມເວລາທ້ອງຖິ່ນ, ເຮືອບິນໂດຍສານທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Arlanda ຢູ່ນະຄອນຫຼວງ Stockholm ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ຊູແອັດ ຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໃນລະຫວ່າງວັນທີ 12 – 14 ມິຖຸນາ ຕາມຄຳເຊື້ອເຊີນຂອງທ່ານ Ulf Kristersson.ນາຍົກລັດຖະມົນຕີ ລາຊະອານາຈັກ ຊູແອັດ.

ນີ້ແມ່ນການຢ້ຽມຢາມ ຊູແອັດ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນຮອບເວລາ 6 ປີຜ່ານມາ, ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຊູແອັດ ເລິກເຊິ່ງກ່ວາອີກ, ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ມີບົດບາດ ແລະ ທີ່ຕັ້ງສຳຄັນຢູ່ ເອີລົບ.