ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາຖ່າຍຮູບນຳຊາວຫວຽດນາມ ອາໄສຢູ່ ສ.ເຊັກໂກ
(ພາບ: VOV)

ໃນຂອບເຂດການຢ້ຽມຢາມປະເທດ ກູເວດຢ່າງເປັນທາງການ, ຕອນຄ່ຳວັນທີ 16 ພະຈິກ, ຢູ່ນະຄອນຫຼວງ ກູເວດ, ປະເທດກູເວດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບ ພັນລະຍາ ທ່ານນາງ ເລທິບິກເຈິນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ພົບປະກັບພະນັກງານອົງການຕາງໜ້າ ຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ກູເວດ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນການເດີນທາງໄປປະຕິບັດງານຄັ້ງນີ້, ສອງປະເທດເຫັນດີຈະຍົກສູງການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບນະໂຍບາຍກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ນະໂຍບາຍສຳລັບຊາວຫວຽດນາມ ແລະ ຕ່າງປະເທດ, ໃນໄລະຍະຜ່ານມາ, ພວກເຮົາໄດ້ວາງອອກຫຼາຍນະໂຍບາຍ, ສ້າງເງື່ອນໄຂ, ຄວາມສະດວກໃຫ້ແກ່ປະຊາຄົມເພື່ອເຫັນໄດ້ວ່າ ປະຊາຄົມແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້ຢ່າງແທ້ຈິງ. ສິ່ງນັ້ນກໍ່ໄດ້ສະແດງໃຫ້ເຫັນຜ່ານກົດໝາຍ ເພື່ອສະແດງຄວາມເອົາໃຈໃສ່ຂອງພັກ ແລະ ລັດ.