ທິມຊາດບານເຕະແຫ່ງຊາດ ຫວຽດນາມ (ພາບ: VOV)

ພາຍຫຼັງນັດເຕະບານຮອບຊີງຊະນະເລີດທີສອງ ASEAN Cup 2024 ໃນຕອນຄ່ຳວັນທີ 5 ມັງກອນ, ຢູ່ສະໜາມກິລາ ຣາດຊະມັງຄະລາ ຢູ່ນະຄອນຫຼວງບາງກອກ (ປະເທດໄທ) ດ້ວຍໄຊຊະນະທິມຊາດບານເຕະແຫ່ງຊາດໄທ 3 ປະຕູຕໍ່ 2 ຂອງທິມຊາດບ້ານເຕະແຫ່ງຊາດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງມີຈົດໝາຍຍ້ອງຍໍຊົມເຊີຍເຖິງທິມຊາດບານເຕະຫວຽດນາມ. ໃນຈົດໝາຍຍ້ອງຍໍ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນໄຊຊະນະນີ້ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງກິລາ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈໃຫ້ແກ່ທົ່ວປວງຊົນ, ສະແດງໃຫ້ເຫັນຄວາມຫວັງບືນຕົວຂຶ້ນ ແລະ ພິຊູດບັນດາຜົນງານໃໝ່ທີ່ສູງກ່ວາ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ໄຊຊະນະນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມກ້າວໜ້າຂອງກິລາບານເຕະ ຫວຽດນາມ, ພ້ອມທັງແມ່ນຂອງຂວັນທີ່ມີຄວາມໝາຍໃນຍາມຕົ້ນປີໃໝ່ທີ່ມອບໃຫ້ແກ່ປະຊາຊົນໃນທົ່ວປະເທດ.