ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງອອກຈາກ ອານເຊຣີ, ເດີນທາງໄປຍັງ ອາຟະລິກາໃຕ້, (ພາບ: TTXVN)

ຕອນຄ່ຳວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ອານເຊຣີ, ເດີນທາງໄປຍັງ ອາຟະລິກາໃຕ້, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້ ຕາມຄຳເຊີນຂອງທ່ານ Matamela Cyril Ramaphosa ປະທານາທິບໍດີ ສ. ອາຟະລິກາໃຕ້, ປະທານ G20 ປີ 2025.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Algiers, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມສະຫະພັນ ວໍວີນາມ; ໄດ້ພົບປະ, ເຮັດວຽກ ແລະ ຕ້ອນຮັບທ່ານ Abdelkrim Benmebarek ຮອງເລຂາທິການໃຫຍ່ພັກແນວໂຮມປົດປ່ອຍຊາດ ອານເຊຣີ (FLN) ແລະ ການນຳບັນດາກະຊວງ, ຂະແໜງການຂອງ ອານເຊຣີ ເຊັ່ນ: ລັດຖະມົນຕີກະຊວງນັກຮົບເກົ່າ ແລະ ຜູ້ມີຄຸນງາມຄວາມດີ ອານເຊຣີ ແລະ ລັດຖະມົນຕີກະຊວງນ້ຳມັນອາຍແກັດ ແລະ ບໍ່ແຮ່.